• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ: ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ​ສາ​ມາດ​ຮັບ​ບົດ​ບາດ​ໜ້າ​ທີ່​ເປັນ​ກາງ, ເປັນເຈົ້າ​ພາ​ທາງ​ໃນການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ, ການ​ປະ​ທະ​ກັນ​ຂອງ​ພາກ​ພື້ນ

ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ບັນດາປະເທດມີພັນທະແກ້ໄຂການຂັດແຍ້ງກັນ, ທະປະກັນໂດຍສັນຕິວິທີ, ໃນນັ້ນ ມາດຕະການເປັນກາງໄດ້ນຳໃຊ້ເປັນປະຈຳ ແລະ ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ.

ພາບປະກອບ: TTXVN 

ວັນທີ 9 ຕຸລາ, ຫວຽດນາມ ໄດ້ສົມທົບກັບ ເຢຍລະມັນ, ແບນຊິກ ແລະ ສະວິດ ຈັດຕັ້ງກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຍົກສູງສະຕິຄວາມຮັບຮູ້ ແລະ ປະສິດທິຜົນໃນການນຳໃຊ້ບັນດາມາດຕະການເປັນກາງ ໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ສາກົນ. ຜູ້ຕາງໜ້າຂອງ ເກືອບ 40 ປະເທດ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ ແລະ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ບັນດາປະເທດມີພັນທະແກ້ໄຂການຂັດແຍ້ງກັນ, ທະປະກັນໂດຍສັນຕິວິທີ, ໃນນັ້ນ ມາດຕະການເປັນກາງໄດ້ນຳໃຊ້ເປັນປະຈຳ ແລະ ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ທ່ານດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກວ່າບັນດາອົງການຈັດຕັ້ງພາກພື້ນສາມາດ ເຮັດຫຼ້ອນບົດບາດໜ້າທີ່ເປັນກາງ, ເປັນເຈົ້າພາທາງໃນການແກ້ໄຂການຂັດແຍ້ງ, ປະທະກັນ ຂອງພາກພື້ນ.

        ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top