ຂ່າວສານ
ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດແກ່ການເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນ ຫວຽດນາມ - ລາວ
ຕອນບ່າຍຂອງວັນທີ 28 ສິງຫາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໂດຍໃຫ້ການຕ້ອນັບຮ່ວມກັບຄະນະຜູ້ແທນຂັ້ນສູງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຊຶ່ງນຳໂດຍ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມກາງສະໄໝຂອງຄະນະກຳມະການຮ່ວມມືລະຫວ່າງສອງປະເທດ ປີ 2026 ທີ່ຈັດຂຶ້ນຢູ່ ສສ ຫວຽດນາມ.
ໃນໂອກາດນີ້, ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ-ລາວ ປີ 2026 ຂອງທ່ານ ສັນຕິພາບ ພົມວິຫານ ແລະ ຄະນະ ໃນຄັ້ງນີ້ ຊຶ່ງມີຄວາມໝາຍສຳຄັນຍິ່ງ ເພື່ອແລກປ່ຽນ ແລະ ປະເມີນສະພາບການປະຕິບັດຂໍ້ຕົກລົງກ່ຽວກັບແຜນການການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ແຫ່ງ ສປປ ລາວ ປີ 2026 ແລະ ການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 49 ຂອງຄະນະກຳມະການຮ່ວມມືຫວຽດນາມ-ລາວ. ທ່ານໄດ້ສະແດງຄວາມຊື່ນຊົມຕໍ່ບັນດາໝາກຜົນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ. ການພົວພັນທາງດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ຮັບການຮັກສາ ແລະ ຄວາມໄວ້ເນື້ອເຊື່ອໃຈສູງ; ການຮ່ວມມືທາງດ້ານການສຶກສາ, ການພົບປະແລກປ່ຽນປະຊາຊົນ ແລະ ການເຊື່ອມຈອດຈະລາຈອນໄດ້ຮັບການຊຸກຍູ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ - ລາວ
ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງນາຍົກລັດຖະມົນຕີຫວຽດນາມ, ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການແລກປ່ຽນບົດຮຽນ ແລະ ການສະໜັບສະໜູນລາວໃນການພັດທະນາເສດຖະກິດ-ສັງຄົມ, ຄວາມໝັ້ນຄົງທາງດ້ານເສດຖະກິດມະຫາພາກ, ກໍ່ສ້າງຊັບພະຍາກອນມະນຸດ ແລະ ຍົກລະດັບຄວາມສາມາດໃນການຄຸ້ມຄອງລັດ. ທ່ານຫວັງວ່າຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ການສະໜັບສະໜູນຈາກຫວຽດນາມ ໂດຍສະເພາະໃນດ້ານການເງິນ ແລະ ການຄຸ້ມຄອງງົບປະມານ, ການລະດົມທຶນ ແລະ ການປັບປຸງສະພາບແວດລ້ອມການລົງທຶນ, ທຸລະກິດ. ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ






