• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍໍ່​​ເປັນປັດໄຈສຳ​ຄັນ​ຂອງ ອາ​ຊຽນ

ໃນວັນທີ 28 ກໍລະກົດ, ເນື່ອງໃນໂອກາດຄົບຮອບ 25 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ, ທ່ານຮອງສາດສະດາຈານ Simon Tay, ຫົວໜ້າສະຖາບັນບັນດາບັນຫາສາກົນ ສິງກະໂປ (SIIA), ເນັ້ນໜັກວ່າ; ດ້ວຍການພັດທະນາຢ່າງກ້າວກະໂດດຂັ້ນພ້ອມກັບບັນດານະໂຍບາຍປ່ຽນແປງໃໝ່, ເປີດປະຕູສູ່ໂລກພາຍນອກ, ຫວຽດນາມ ຍາມໃດກໍໍ່ເປັນປັດໄຈສຳຄັນຂອງ ອາຊຽນ ນັບແຕ່ເຂົ້າເປັນສະມາຊິກ ອາຊຽນ ໃນປີ 1995.

ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ຫວຽດນາມຮັບດຳລົງຕຳແໜ່ງເປັນປທານ AIPA 41 (ພາບ: TTXVN)

ໃນຂະນະນັ້ນ, ທ່ານນາງ Jessica Wau, ຮອງຫົວໜ້າ SIIA ຮັບຜິດຊອບການຄົ້ນຄ້ວາກ່ຽວກັບ ອາຊຽນ, ຕີລາຄາສູງບົດບາດການຊີ້ນຳນຳພາ ອາຊຽນ ຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ 2020. ເລື່ອງ ຫວຽດນາມ ມີວິທີຮັບມືກັບໂລກລະບາດໂຄວິດ-19 ໄດ້ສ້າງຄວາມປະທັບໃຈທີ່ສຸດ, ພິເສດແມ່ນໃນການຊຸກຍູ້ປະຕິກິລິຍາ “ມີຄວາມສະໜິດຕິດພັນທີ່ສຸດ ແລະເປັນເຈົ້າການຮັບມື” ຂອງ ອາຊຽນ ໃນປີທີ່ເຕັມໄປດ້ວຍສິ່ງທ້າທາຍນີ້.

ບັນດານັກນັກຊ່ຽວຊານ SIIA ໃຫ້ຂໍ້ສັງເກດວ່າ, ໃນບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ, ຈາກວິທີຈັດຕັ້ງບັນດາກອງປະຊຸມສຸດຍອດຂອງ ອາຊຽນ, ນັບທັງພາຍໃນກຸ່ມ ແລະ ກັບບັນດາຄູ່ຮ່ວມມື,ສາມາດເຫັນໄດ້ວ່າ ອາຊຽນ ຮັກສາໄດ້ “ຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດ” ແລະ ໃນອະນາຄົດ, ອາຊຽນ ລ້ວນແຕ່ສາມາດເຮັດໄດ້ດີກ່ວານີ້ອີກ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top