• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ ຄື​ວັນ​ທີ 8 ມີ​ນາ

ເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນຄືວັນທີ 8 ມີນາ, ຕອນເຊົ້າວັນທີ 8 ມີນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ຄະນະແມ່ຍິງກອງທັບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງແມ່ຍິງກອງທັບ, ຄະນະແມ່ຍິງກອງທັບ, ແລະ ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນສອງ.
  ທ່ານນາງພັນເອກ ຝຸ່ງທິຝຸ ກ່າວຄຳເຫັນທີ່ພິທີ  

ກ່າວຄຳເຫັນທີ່ພິທີ, ທ່ານນາງພັນເອກ ຝຸ່ງທິຝຸ, ຫົວໜ້າຄະນະແມ່ຍິງກອງທັບ, ເນັ້ນໜັກວ່າ ໃນໄລຍະແຫ່ງການກໍ່ສ້າງ, ປົກປັກຮັກສາປະເທດຊາດ ແລະ ພາລະກິດແຫ່ງການປ່ຽນແປງໃໝ່ຄືໃນປັດຈຸບັນ, ກຳລັງແມ່ຍິງໃນກອງທັບຍາມໃດກໍ່ໄດ້ຮັບການປັບປຸງ ແລະ ພັດທະນາ. ທ່ານນາງພັນເອກ ຝຸ່ງທິຝຸ ແບ່ງປັນວ່າ:

ໃນໄລຍະແຫ່ງການປ່ຽນແປງໃໝ່, ແມ່ຍິງກອງທັບເຂົ້າຮ່ວມປະຕິບັດໜ້າທີ່ການທະຫານປ້ອງກັນຊາດເກືອບທັງໝົດ, ໃນນັ້ນມີຫຼາຍຂົງເຂດວຽກງານທີ່ມີລັກສະນະພິເສດສູງ. ມີນົກຮົບຍິງຫຼາຍຄົນໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນການນຳ ແລະ ມີນາຍທະຫານຍິງ 6 ຄົນຖືກເລື່ອນຊັ້ນນາຍພົນ.

ແລະກໍ່ໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ແລະ ຕອບສະໜອງສັບປະດາເສື້ອຍາວ ຫວຽດນາມ ໂດຍສະຫະພັນແມ່ຍິງ ຫວຽດນາມ ປຸກລະດົມ, ໃນຊຸມວັນຜ່ານມາ, ຢູ່ຫຼາຍບ່ອນໃນທົ່ວປະເທດ ໄດ້ປະກົດມີຮູບພາບແມ່ຍິງນຸ່ງຊຸດເສື້ອຍາວທີ່ສວຍງາມ, ມີສະເໜີ່ ແນໃສ່ຍ້ອງຍໍສັນລະເສີນຄວາມງາມທີ່ເປັນຫຼາຍຮູບຫຼາຍສີຂອງຊຸດເສື້ອຍາວ ຫວຽດນາມຊີວິດປະຈຳວັນ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top