• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈັດ​ການ​ເຄື່ອນໄຫວຫຼາຍ​ຢ່າງ​ໃນ​ໂອ​ກາດ​ວັນບູ​ຊາ​ເຈົ້າຊີ​ວິດ​ຮຸ່ງ

ພິທີບູຊາເຈົ້າຊີວິດຮຸ່ງ ປີ 2021 ມີຫົວຂໍ້ “ອວ່າຍໜ້າເມືອຫາເຈົ້າຊີວິດຮຸ່ງ”.

 ໃນພິທີບູຊາເຈົ້າຊີວິດຮຸ່ງ ປີ 2021 ມີຫົວຂໍ້ “ອວ່າຍໜ້າເມືອຫາເຈົ້າຊີວິດຮຸ່ງ”, ຄະນະຄຸ້ມຄອງສວນສາທາລະນະປະຫວັດສາດ - ວັດທະນະທຳບັນດາເຜົ່າ, ນະຄອນຖູດຶກ, ໂຮ່ຈີມິນ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ. ລະອຽດແມ່ນ ນັບແຕ່ວັນທີ 18 ເມສາ  ຫາວັນທີ 21 ເມສາ 2021, ຂັ້ນຕອນຈັດພິທີ ຈະຖືກດຳເນີນຢູ່ເຂດອະນຸສອນສະຖານ ວິຫານ ເຈົ້າຊີວິດຮຸ່ງ, ຢູ່ ສວນສາທາລະນະປະຫວັດສາດວັດທະນະທຳ - ບັນດາເຜົ່າ ດ້ວຍບັນດາພິທີກຳທີ່ເປັນມູນເຊື້ອຄື ພິທີແຫ່, ພິທີຖະຫວາຍ ຕາມປະເພນີດັ້ງເດີມ; ພິທີຖະຫວາຍທູບທຽນ ແລະ ດອກໄມ້ຢູ່ ວິຫານບູຊາເຈົ້າຊີວິດຮຸ່ງ… ສ່ວນງານບຸນ ລວມມີກິດຈະກຳວາງສະແດງຕາມຫົວຂໍ້ ວັດທະນະທຳ ດົງເຊີນ ເຊິ່ງຖືກດຳເນີນແຕ່ວັນທີ  18 ເມສາ ຫາວັນທີ 23 ເມສາ ເພື່ອແນະນຳວັດຖຸພັນ 37 ຢ່າງ ກ່ຽວກັບການຜະລິດ, ອາວຸດ, ຄ້ອງບັ້ງ, ເຄື່ອງໃຊ້ສອຍ, ເຄື່ອງເອ້ຢ້ອງ… ທີ່ໄດ້ອະນຸລັກຮັກສາເໝືອນເດີມ; “ງານບຸນແຂ່ງຂັນຫໍ່ເຂົ້າຕົ້ມ ຖະຫວາຍບູຊາເຈົ້າຊີວິດຮຸ່ງ” ຄັ້ງທີ 3 ປີ 2021…
ງານບຸນແຂ່ງຂັນຫໍ່ເຂົ້າຕົ້ມ ຖະຫວາຍບູຊາເຈົ້າຊີວິດຮຸ່ງ” ຄັ້ງທີ 3 ປີ 2021 (ພາບ:TTXVN)

ສ່ວນຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ, ນະຄອນ ຫວຽດຈີ, ແຂວງ ຝຸຖໍ້, ທ່ານ ເລເຈື່ອງຢາງ, ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານດັ່ງກ່າວ ໃຫ້ຮູ້ວ່າ ໃນວັນທີ 17 ແລະ 18 ເມສາ ຜ່ານມາ ໄດ້ຕ້ອນຮັບແຂກທີ່ມາຈາກສາລະທິດປະມານ 60.000 ເທື່ອຄົນ ມາຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດຮຸ່ງ.
ແຂກມາຈາກສາລະທິດມາຖະຫວາຍທູບທຽນ ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ, ນະຄອນ ຫວຽດຈີ ໃນວັນທີ 17 - 18 ເມສາ (ພາບ: TTXVN)

ເນື່ອງໃນໂອກາດນີ້, ວັນທີ 18 ເມສາ, ຄະນະປະສານງານຊາວ ຫວຽດນາມ ແລະ ສະຫະພັນ ແມ່ຍິງ ຫວຽດນາມ ຢູ່ ມາເລເຊຍ ກໍໄດ້ຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງຂຶ້ນ ຢ່າງສົມກຽດ ຕາມບັນດາພິທີກຳທີ່ເປັນມູນເຊື້ອ.
(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top