• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ເດີນ​ທາງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ລາວ

ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ, ພິເສດແມ່ນໃນບັນດາຂົງເຂດຫຼັກແຫຼ່ງແກ່ນສານ ແລະ ຈະສືບຕໍ່ເປັນຄູ່ຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ລາວ ຢ່າງແຮງ ແລະ ຮອບດ້ານ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນໃນງານພົບປະແລກປ່ຽນ (ພາບ: VOV)

ຕອນເຊົ້າວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບ ດ້ວຍຫົວຂໍ້ “ຫວຽດນາມ - ລາວ ຝັງຄວາມຮັກໄວ້ໃນໃຈ, ຮົ່ງຮາທັງແມ່ຂອງ ບໍ່ເລິກປຸນປານໃດ”, ໂດຍໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ຢູ່ທີ່ນະຄອນຫຼວງ ວຽງຈັນ. ງານພົບປະດັ່ງກ່າວໄດ້ຮັບການຖ່າຍທອດສົດໃນຊ່ອງໂທລະພາບແຫ່ງຊາດ ລາວ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:

“ໃນສັງກາດພັດທະນາບືນຕົວຂຶ້ນຂອງຊາດ ຫວຽດນາມ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງລາວ ຢ່າງແຮງ ແລະ ຮອບດ້ານ. ດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ພວກຂ້າພະເຈົ້າພ້ອມແລ້ວທີ່ຈະແບ່ງປັນບົດຮຽນທີ່ປະສົບຜົນສຳເລັດກັບບັນດາສະຫາຍ, ບັນດາເພື່ອນລາວໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຜັນຂະຫຍາຍບັນດາແຜນນະໂຍບາຍໃຫຍ່ຄື ສ້າງກົງຈັກລັດໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ບຸກທະລຸໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່. ພວກຂ້າພະເຈົ້າກໍກຳນົດຢ່າງຈະແຈ້ງວ່າ ຜົນສຳເລັດຂອງເພື່ອນ ລາວ ກໍແມ່ນຜົນສຳເລັດຂອງ ຫວຽດນາມ”.

ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະຫງວນນ້ຳໃຈອັນດີງາມ ແລະ ຈິງໃຈທີ່ສຸດ, ສຸມທຸກແຫຼ່ງກຳລັງໃນຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານການສຶກສາບຳລຸງສ້າງ, ພິເສດແມ່ນສຳລັບນັກສຶກສາລາວ. ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ, ພິເສດແມ່ນໃນບັນດາຂົງເຂດຫຼັກແຫຼ່ງແກ່ນສານ ແລະ ຈະສືບຕໍ່ເປັນຄູ່ຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ລາວ ຢ່າງແຮງ ແລະ ຮອບດ້ານ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top