• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອີຢູລົງນາມໃນສັນຍາ VPA/FLEGT

      ຕອນບ່າຍວັນທີ 19 ຕຸລາ, ຢູ່ບຣຸກແຊນ, ປະເທດແບນຊິກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຄູ່ຮ່ວມມືດ້ວຍຄວາມສະໝັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍກະສິກຳປ່າໄມ້, ຄຸ້ມຄອງປ່າ ແລະ ການຄ້າປ່າ (VPA/FLEGT) ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ).

ພິທີລົງນາມໃນສັນຍາ VPA/FLEGT
(ພາບ: VGP)
      ສັນຍາດັ່ງກ່າວແມ່ນເພື່ອແນໃສ່ຊ່ວຍເພີ່ມທະວີການຄຸ້ມຄອງປ່າ, ແກ້ໄຂສະພາບຂຸດຄົ້ນປ່າຢ່າງຜິດກົດໝາຍ ແລະ ຊຸກຍູ້ການຄ້າກ່ຽວກັບໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ຖືກຕາມກົດໝາຍຂອງຫວຽດນາມ ທີ່ສົ່ງໄປຍັງຕະຫຼາດອີຢູ ແລະ ບັນດາຕະຫຼາດອື່ນ. ສັນຍາສະບັບນີ້ຈະມີຜົນສັກສິດພາຍຫຼັງໄດ້ໃຫ້ສັດຕະຍາບັນຕາມຂໍ້ກຳນົດຂອງກົດໝາຍຂອງແຕ່ລະຝ່າຍ.
        ທີ່ພິທີ, ທ່ານນາງ Federica Mogherini, ຮອງປະທານຄະນະກຳມະການເອີລົບ, ຖືວ່າ, ດ້ວຍເລື່ອງລົງນາມໃນສັນຍາດັ່ງກ່າວ, ຫວຽດນາມ ແລະ ອີຢູ ໄດ້ພ້ອມກັນຮ່ວມມືເພື່ອແກ້ໄຂສະພາບຂຸດຄົ້ນໄມ້ຢ່າງຜິດກົດໝາຍ ແລະ ບັນດາຜົນສະທ້ອນທີ່ຮ້າຍແຮງຂອງສະພາບການນີ້.
        ສ່ວນທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຊີ້ແຈ້ງວ່າ, ເພື່ອປະຕິບັດສັນຍາສະບັບນີ້, ຫວຽດນາມ ຈະສ້າງລະບົບຮັບປະກັນໄມ້ຖືກຕາມກົດໝາຍຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອຮັບປະກັນໃຫ້ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ມີຕົ້ນກຳເນີດຖືກຕາມກົດໝາຍ.
 (ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top