• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ ກ່ຽວກັບມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ

      ວັນທີ 5 ທັນວາ, ຢູ່ສຳນັກງານ ສ.ປ.ຊ ທີ່ນິວຢອກ ປະເທດອາເມລິກາ, ສະມັດຊາໃຫຍ່ ສ.ປ.ຊ ຊຸດທີ 72 ໄດ້ໂຮມປະຊຸມວາລະຄົບຄະນະກ່ຽວກັບຫົວຂໍ້ທີ 77 ໃນໂຄງການດຳເນີນງານກ່ຽວກັບ ມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ

ທ່ານນາງ ເອກອັກຄະລັດຖະທູດຫວຽດນາມຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ 
      ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ເອກອັກຄະລັດຖະທູດຫວຽດນາມຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ໄດ້ຢືນຢັນລັກສະນະກວມລວມ ແລະ ເປັນເອກະພາບຂອງຂອງສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ທຸກໆປະເທດຈົ່ງປະຕິບັດບັນດາພນທະຂອງຕົນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທະເລ, ມະຫາສະໝຸດ ແລະ ຊັບພະຍາກອນທະເລແບບຍືນຍົງ ເພື່ອຜົນປະໂຫຍດຂອງມວນມະນຸດ ແລະ ບັນດາລຸ່ນຄົນໃນອະນາຄົດ.
        ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານນາງ ເອກອັກຄະລັດຖະທູດຫວຽດນາມຫງວຽນເຟືອງງາ ໄດ້ເນັ້ນໜັກວ່າ : ພ້ອມກັບບັນດາປະເທດອາຊຽນ, ຫວຽດນາມຮຽກຮ້ອງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC). ຫວຽດນາມຊົມເຊີຍອາຊຽນ ແລະ ຈີນໄດ້ຮັບຮອງເອົາຮ່າງກອບກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC), ພ້ອມທັງສະເໜີໃຫ້ດຳເນີນເຈລະຈາຢ່າງແທ້ຈິງເພື່ອສ້າງ COC ທີ່ມີຄວາມສາມາດເປັນໄປ, ສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top