• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມ SOM ຂອງເວທີປາໄສພາກພື້ນອາຊຽນ

      ວັນທີ 31 ພຶດສະພາ, ທ່ານຫງວຽນກວັກຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຂອງເວທີປາໄສພາກພື້ນອາຊຽນ (ARF)  ຢູ່ບາງກອກ ປະເທດໄທ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດບັນດາເຫດການປະຈຳປີຂອງບັນດາທ່ານເຈົ້າໜ້າທີ່ຂັ້ນສູງ ກ່ອນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ຊື່ງຈະຈັດຂຶ້ນໃນເດືອນສິງຫາປີ 2019 ຈະມາເຖິງ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ສຳຫຼວດກວດຄືນ, ພິດຈາລະນາບັນດາການເຄື່ອນໄຫວຮ່ວມມືຂອງ ARF ໃນໄລຍະຜ່ານມາ ແລະ ສ້າງທິດທາງການເຄື່ອນໄຫວໃນສົກປີ 2019-2020.


ທ່ານຮອງລັດຖະມົນຕີຫງວຽນກວັກຢຸ້ງ
 (ພາບ: TTXVN )
      ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸ້ງ ໄດ້ຊົມເຊີຍໝາກຜົນທີ່ອາຊຽນ ແລະ ຈີນ ບັນລຸໄດ້ໃນການເຈລະຈາ COC; ແຕ່ຍັງມີຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປທີ່ອາດຈະເຮັດໃຫ້ ຄວາມໄວ້ເນື້ອເຊື່ອໃຈຫລຸດລົງ, ສົ່ງຜົນກະທົບອັນຫຍໍ້ທໍ້ຕໍ່ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ. ໃນສະພາບການປະຈຸບັນ, ບັນດາປະເທດຕ້ອງລະງັບໃຈ, ຫລີກເວັ້ນບັນດາການກະທຳພຽງລຳພັງຝ່າຍດຽວ, ບໍ່ຫັນເປັນການທະຫານ, ປະຕິບັດຕາມກົດໝາຍສາກົນ ແລະ ກົດບັດ ສປຊ ແລະ ກົດໝາຍວ່າດ້ວຍທະເລປີ 1982. ແກ້ໄຂການຂັດແຍ້ງກັນຜ່ານບັນດາດາມາດຕະການສັນຕິພາບ ເພື່ອແນໃສ່ຮັກສາສະພາບແວດລ້ອມທີ່ສະດວກໃຫ້ແກ່ວິວັດການເຈລະຈາ COC.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top