• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມ “ວັນອາຊຽນ 2016” ຢູ່ຮົງກົງ (ປະເທດຈີນ)


ຫົວໜ້າສະຖານກົງສູນໃຫຍ່ 10 ປະເທດ ຮ້ອງບົດເພງ ອາຊຽນ
 
      ວັນ​ທີ 27/2, ຢູູ່ສຳນັກງານ​ຂອງ​ສະ​ຖານ​ກົງ​ສູນ​​ໃຫຍ່ ອິນ​ໂດ​ເນ​ເຊຍ ປະຈຳ ຮົງກົງ ຢູ່​ເຂດ​ບໍລິຫານ​ພິ​ເສດ ຮົງ​ກົງ (ປະ​ເທດ​ຈີນ) ​ໄດ້​ຈັດ​ຕັ້ງ “ວັນ ອາ​ຊຽນ 2016” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູ​ດ ພ້ອມ​ກັບ​ຄອບຄົວ​ຂອງ​ຫົວໜ້າ​ສະຖານກົງສູນ​ໃຫຍ່ 10 ປະ​ເທດ ອາ​ຊຽນ ປະຈຳ ຮົງ​ກົງ. ຫົວໜ​​້າສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ຮົງ​ກົງ ​ແລະ ມາ​ເກົາ, ທ່ານ ຮ່ວາງ​ຈີ໋ຈູງ, ພ້ອມ​ກັບ​ພັນ​ລະ​ຍາ ນຳ​ໜ້າ​ຄະນະ​ພະນັກງານ, ພາລະ​ກອນ​ສະຖານກົງສູນ​ໃຫຍ່ ຫວຽດນາມ ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫົວໜ​​້າສະຖານກົງສູນ​ໃຫຍ່ ຮ່ວາງ​ຈີ໋ຈູງ ຖື​ວ່າ: “ວັນ ອາ​ຊຽນ 2016” ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ, ພິ​ເສດ​ແມ່ນ​ໃນ​ສະພາບ ອາ​ຊຽນ ຫາ​ກໍ່ສ້າງ​ຕັ້ງ ປະຊາ​ຄົມ ອາ​ຊຽນ ​​ເມື່ອ​ທ້າຍ​ປີ 2015. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ບັນດາ​ປະ​ເທດ ອາ​ຊຽນ ພົບ​ປະ​ແລກປ່ຽນ, ຜ່ານ​ນັ້ນ​ເພີ່ມ​ນຳ້​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັບ​ມຸ່ງ​ໄປ​ເຖິງ ອາ​ຊຽນ ສາມັກຄີ ​ແລະ ວັດ​ຖະນາ​ຖາວອນ. ດ້ວຍການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ສະ​ແດງ​ວັດທະນະທຳ ສິລະ​ປະ ທີ່ອຸດົມສົມບູນ​ຂອງ “ວັນ ອາ​ຊຽນ 2016”, ນະ​ທີ່​ນີ້, ​ແຕ່ລະ​ປະ​ເທດ ອາ​ຊຽນ ລ້ວນ​ແຕ່​ສາ​ມາດ​ໂຄສະນາ​ພາດ​ພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ​ຕົນ, ກໍ​ຄື​ແນະນຳ​ເຖິງ​ເພື່ອນ​ມິດ ອາ​ຊຽນ ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງ​ປະ​ເທດ​ຕົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top