• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮັບມືກັບການທ້າທາຍແລະກາລະໂອກາດຫຼາຍຢ່າງໃນການປະຕິບັດຄາດໝາຍພັດທະນາ


ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ
(ພ​າບ​ປະ​ກອບ: TTXVN)
      ປີ 2015 ​ໄດ້​ກ້າວ​ເຂົ້າ​ສູ່​ປະຫວັດສາດ​ຂອງ​ສະຫະ​ປະຊາ​ຊາດ, ດ້ວຍ​ບັນດາ​ຂີດ​ໝາຍ​ສຳຄັນ​ຕ່າງໆ, ນັ້ນ​ແມ່ນ​ການ​ຮັບຮອງ​ເອົາ​ລາຍການ​ດຳ​ເນີນ​ງານ​ພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030. ​ແຜນການ​ດຳ​ເນີນ​ງານ Addis Ababa ​ເພື່ອ​ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ, ຂອບ​ເຂດ Sendai ​ເພື່ອ​ຮັບ​ມື ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ຂໍ້​ຕົກລົງ ປາຣີ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…
        ວັນ​ທີ 2/2, ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສື່​ມວນ​ຊົນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ​ປະຈຳ​ສະ​ຫະປະຊາ​ຊາດ ໃຫ້​ຮູ້​ວ່າ, ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ​ດຳ​ເນີນ​ງານ ​ໂດຍ ສະຫະ​ປະຊາ​ຊາດ ວາງ​ອອກ, ທັງ​ແມ່ນ​ກາລະ​ໂອກາດ, ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ ຫວຽດນາມ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ກໍ່​ຊີ້​ແຈ້ງວ່າ, ບັນດາ​ຄາດໝາຍ​ນີ້​ຖືກ​ສ່ອງ​ແສງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ພັດທະນາ​ຂອງ​ພັກ ​ແລະ ລັດ​ ຫວຽດນາມ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ ການ​ເຕີບ​ໂຕ​​ເສດຖະກິດຢ່າງ​ໄວ ​ແລະ ໝັ້ນຄົງ. ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​​ເປັນ​ຢ່າງ​ດີ. ດ້ານ​ອື່ນ, ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ອັນ​ສະໜິດສະໜົມ ​ແລະ ສະ​ບົດຮຽນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ພັດທະນາ​ກັບ​ຫຼາຍ​ປະ​ເທດຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ອົງການ ສະຫະ​ປະຊາ​ຊາດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top