• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີຈຸດພົ້ນເດັ່ນໃນການເຕີີບໂຕເສດຖະກິດ

      ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ.
        ໃນໄລຍະຜ່ານມາ, ບັນດາອົງການສາກົນໄດ້ມີບັນດາການຄາດຄະເນຢ່າງຕັ້ງໜ້າຕໍ່ ການເຕີບໂຕເສດຖະກິດຂອງຫວຽດນາມ. ໃນບົດລາຍງານກ່ຽວກັບເສດຖະກິດພາກພື້ນ ອາຊີ - ປາຊີຟິກ ໄຕມາດ 03 ປີ 2018, ທະນາຄານໂລກ ໄດ້ຕີລາຄາແງ່ຫວັງໃນໄລຍະກາງຂອງຫວຽດນາມວ່າ ສືບຕໍ່ໄດ້ຮັບການປັບປຸງ ແລະ ບັນລຸໄດ້ໝາກຜົນດີ ຍ້ອນເສດຖະກິດທົ່ວໂລກໄດ້ຮັບການຟື້ນຟູແບບຍືນຍົງ ແລະ ບັນດາການປະຕິຮູບພາຍໃນປະເທດພວມໄດ້ຮັບການປະຕິບັດ ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ.
        ທ່ານ Eric Sidgwick, ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB)  ປະຈໍາຫວຽດນາມ, ຕີລາຄາການເຕີບໂຕເສດຖະກິດຫວຽດນາມໄລຍະຜ່ານມາວ່າ ບັນລຸໄດ້ໃນທຸກຂົງເຂດຄື: ອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ. ໃນນັ້ນ, ກໍາລັງໜູນໃນການເຕີບໂຕຕົ້ນຕໍ່ແມ່ນຂະແໜງການຜະລິດປະດິດສ້າງ ສືບຕໍ່ໄດ້ເປີດກວ້າງ, ການຜະລິດກະສິກໍາເພີ່ມຂຶ້ນສູງ, ຂະແໜງບໍລິການເປັນປົກກະຕິ, ການບໍລິໂພກອຸປະໂພກພາຍໃນປະເທດໄດ້ ຮັບການຮັກສາເປັນຢ່າງດີ, ໄດ້ຮັບການລົງທຶນຢ່າງຫຼວງຫຼາຍຈາກບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ວິສາຫະກິດຢູ່ພາຍໃນປະເທດ. ເມື່ອແບ່ງປັນກ່ຽວກັບຂໍ້ສັງເກດດັ່ງກ່າວ, ທ່ານ ຫງວຽນມິນເກືອງ, ນັກຊ່ຽວຊານດ້ານເສດຖະກິດຂອງ ADB, ຖືວ່າ:
        ສະພາບການພື້ນຖານເສດຖະກິດຫວຽດນາມເປັນໜ້າຊື່ນຊົມ ແລະ ສົດໃສ. ການເຕີບໂຕບັນລຸລະດັບສູງ 7,1%. ບໍ່ພຽງແຕ່ແມ່ນການເຕີບໂຕສູງເມື່ອທຽບໃສ່ຫວຽດນາມເທົ່ານັ້ນ ຫາກຍັງແມ່ນການເຕີບໂຕສູງເມື່ອທຽບໃສ່ພາກພື້ນອີກດ້ວຍ. ການຄາດຄະເນຂອງ ADB  ກ່ຽວກັບການເຕີບໂຕຂອງ ຫວຽດນາມ ໃນປີ 2019 ແມ່ນຈະຍັງຄົງຮັກສາໃຫ້ຢູ່ລະດັບ 6,8%. ລະດັບເຕີບໂຕຂອງຫວຽດນາມບັນລຸລະດັບເຕີບໂຕຮອບດ້ານໃນທຸກຂົງເຂດໃນປີ 2018. ນີ້ແມ່ນຜົນງານທີ່ເປັນໜ້າໄດ້ຮັບການສົ່ງເສີມໃນສະພາບການປັດຈຸບັນ”.
 (ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top