ຂ່າວສານ ຫວຽດນາມມີຈຸດພົ້ນເດັ່ນໃນການເຕີີບໂຕເສດຖະກິດ 17/11/2018 ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ. ໃນໄລຍະຜ່ານມາ, ບັນດາອົງການສາກົນໄດ້ມີບັນດາການຄາດຄະເນຢ່າງຕັ້ງໜ້າຕໍ່ ການເຕີບໂຕເສດຖະກິດຂອງຫວຽດນາມ. ໃນບົດລາຍງານກ່ຽວກັບເສດຖະກິດພາກພື້ນ ອາຊີ - ປາຊີຟິກ ໄຕມາດ 03 ປີ 2018, ທະນາຄານໂລກ ໄດ້ຕີລາຄາແງ່ຫວັງໃນໄລຍະກາງຂອງຫວຽດນາມວ່າ ສືບຕໍ່ໄດ້ຮັບການປັບປຸງ ແລະ ບັນລຸໄດ້ໝາກຜົນດີ ຍ້ອນເສດຖະກິດທົ່ວໂລກໄດ້ຮັບການຟື້ນຟູແບບຍືນຍົງ ແລະ ບັນດາການປະຕິຮູບພາຍໃນປະເທດພວມໄດ້ຮັບການປະຕິບັດ ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ. ທ່ານ Eric Sidgwick, ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈໍາຫວຽດນາມ, ຕີລາຄາການເຕີບໂຕເສດຖະກິດຫວຽດນາມໄລຍະຜ່ານມາວ່າ ບັນລຸໄດ້ໃນທຸກຂົງເຂດຄື: ອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ. ໃນນັ້ນ, ກໍາລັງໜູນໃນການເຕີບໂຕຕົ້ນຕໍ່ແມ່ນຂະແໜງການຜະລິດປະດິດສ້າງ ສືບຕໍ່ໄດ້ເປີດກວ້າງ, ການຜະລິດກະສິກໍາເພີ່ມຂຶ້ນສູງ, ຂະແໜງບໍລິການເປັນປົກກະຕິ, ການບໍລິໂພກອຸປະໂພກພາຍໃນປະເທດໄດ້ ຮັບການຮັກສາເປັນຢ່າງດີ, ໄດ້ຮັບການລົງທຶນຢ່າງຫຼວງຫຼາຍຈາກບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ວິສາຫະກິດຢູ່ພາຍໃນປະເທດ. ເມື່ອແບ່ງປັນກ່ຽວກັບຂໍ້ສັງເກດດັ່ງກ່າວ, ທ່ານ ຫງວຽນມິນເກືອງ, ນັກຊ່ຽວຊານດ້ານເສດຖະກິດຂອງ ADB, ຖືວ່າ: “ສະພາບການພື້ນຖານເສດຖະກິດຫວຽດນາມເປັນໜ້າຊື່ນຊົມ ແລະ ສົດໃສ. ການເຕີບໂຕບັນລຸລະດັບສູງ 7,1%. ບໍ່ພຽງແຕ່ແມ່ນການເຕີບໂຕສູງເມື່ອທຽບໃສ່ຫວຽດນາມເທົ່ານັ້ນ ຫາກຍັງແມ່ນການເຕີບໂຕສູງເມື່ອທຽບໃສ່ພາກພື້ນອີກດ້ວຍ. ການຄາດຄະເນຂອງ ADB ກ່ຽວກັບການເຕີບໂຕຂອງ ຫວຽດນາມ ໃນປີ 2019 ແມ່ນຈະຍັງຄົງຮັກສາໃຫ້ຢູ່ລະດັບ 6,8%. ລະດັບເຕີບໂຕຂອງຫວຽດນາມບັນລຸລະດັບເຕີບໂຕຮອບດ້ານໃນທຸກຂົງເຂດໃນປີ 2018. ນີ້ແມ່ນຜົນງານທີ່ເປັນໜ້າໄດ້ຮັບການສົ່ງເສີມໃນສະພາບການປັດຈຸບັນ”. (ແຫຼ່ງຄັດຈາກ VOV)

ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ. ໃນໄລຍະຜ່ານມາ, ບັນດາອົງການສາກົນໄດ້ມີບັນດາການຄາດຄະເນຢ່າງຕັ້ງໜ້າຕໍ່ ການເຕີບໂຕເສດຖະກິດຂອງຫວຽດນາມ. ໃນບົດລາຍງານກ່ຽວກັບເສດຖະກິດພາກພື້ນ ອາຊີ - ປາຊີຟິກ ໄຕມາດ 03 ປີ 2018, ທະນາຄານໂລກ ໄດ້ຕີລາຄາແງ່ຫວັງໃນໄລຍະກາງຂອງຫວຽດນາມວ່າ ສືບຕໍ່ໄດ້ຮັບການປັບປຸງ ແລະ ບັນລຸໄດ້ໝາກຜົນດີ ຍ້ອນເສດຖະກິດທົ່ວໂລກໄດ້ຮັບການຟື້ນຟູແບບຍືນຍົງ ແລະ ບັນດາການປະຕິຮູບພາຍໃນປະເທດພວມໄດ້ຮັບການປະຕິບັດ ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ. ທ່ານ Eric Sidgwick, ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈໍາຫວຽດນາມ, ຕີລາຄາການເຕີບໂຕເສດຖະກິດຫວຽດນາມໄລຍະຜ່ານມາວ່າ ບັນລຸໄດ້ໃນທຸກຂົງເຂດຄື: ອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ. ໃນນັ້ນ, ກໍາລັງໜູນໃນການເຕີບໂຕຕົ້ນຕໍ່ແມ່ນຂະແໜງການຜະລິດປະດິດສ້າງ ສືບຕໍ່ໄດ້ເປີດກວ້າງ, ການຜະລິດກະສິກໍາເພີ່ມຂຶ້ນສູງ, ຂະແໜງບໍລິການເປັນປົກກະຕິ, ການບໍລິໂພກອຸປະໂພກພາຍໃນປະເທດໄດ້ ຮັບການຮັກສາເປັນຢ່າງດີ, ໄດ້ຮັບການລົງທຶນຢ່າງຫຼວງຫຼາຍຈາກບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ວິສາຫະກິດຢູ່ພາຍໃນປະເທດ. ເມື່ອແບ່ງປັນກ່ຽວກັບຂໍ້ສັງເກດດັ່ງກ່າວ, ທ່ານ ຫງວຽນມິນເກືອງ, ນັກຊ່ຽວຊານດ້ານເສດຖະກິດຂອງ ADB, ຖືວ່າ: “ສະພາບການພື້ນຖານເສດຖະກິດຫວຽດນາມເປັນໜ້າຊື່ນຊົມ ແລະ ສົດໃສ. ການເຕີບໂຕບັນລຸລະດັບສູງ 7,1%. ບໍ່ພຽງແຕ່ແມ່ນການເຕີບໂຕສູງເມື່ອທຽບໃສ່ຫວຽດນາມເທົ່ານັ້ນ ຫາກຍັງແມ່ນການເຕີບໂຕສູງເມື່ອທຽບໃສ່ພາກພື້ນອີກດ້ວຍ. ການຄາດຄະເນຂອງ ADB ກ່ຽວກັບການເຕີບໂຕຂອງ ຫວຽດນາມ ໃນປີ 2019 ແມ່ນຈະຍັງຄົງຮັກສາໃຫ້ຢູ່ລະດັບ 6,8%. ລະດັບເຕີບໂຕຂອງຫວຽດນາມບັນລຸລະດັບເຕີບໂຕຮອບດ້ານໃນທຸກຂົງເຂດໃນປີ 2018. ນີ້ແມ່ນຜົນງານທີ່ເປັນໜ້າໄດ້ຮັບການສົ່ງເສີມໃນສະພາບການປັດຈຸບັນ”. (ແຫຼ່ງຄັດຈາກ VOV)