• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ. (ພາບ: ກະຊວງການຕ່າງປະເທດ)

ວັນທີ 31 ພຶດສະພາ, ຢູ່ສະຖານທີ່ເຊື່ອມຕໍ່ຈາກຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae In. ການເຄື່ອນໄຫວສຳຄັນທີ່ສຸດຂອງກອງປະຊຸມສຸດຍອດແມ່ນວາລະປຶກສາຫາລືສຸດຍອດເຊິ່ງດຳເນີນໃນຕອນຄ່ຳວັນທີ 31 ພຶດສະພາ (ຕາມເວລາຫວຽດນາມ) ດ້ວຍການເຂົ້າຮ່ວມທາງອອນລາຍຂອງການນຳຂັ້ນສູງບັນດາປະເທດສ.ເກົາຫຼີ, ແດນມາກ, ຫວຽດນາມ, ໂຮນລັງ, ໄທ, ກຳປູເຈຍ, ປະທານຄະນະກຳມະການເອີລົບ (ອີຢູ), ທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງປະທານາທິບໍດີອາເມລິກາ…

ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສຸດຍອດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ປະຊາຄົມສາກົນຈົ່ງຮ່ວມແຮງຮ່ວມໃຈແກ້ໄຂຢ່າງກົມກຽວລະຫວ່າງຄວາມຕ້ອງການຮີບດ່ວນໃນການຟື້ນຟູເສດຖະກິດ ກັບຄວາມຮຽກຮ້ອງພັດທະນາຂຽວ ແລະ ພັດທະນາແບບຍືນຍົງກວ່າພາຍຫຼັງໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກບັນດາມາດຕະການແກ້ໄຂສຳຄັນຄື: ການຟື້ນຟູຂຽວ, ເສດຖະກິດຂຽວ, ເສດຖະກິດໝູນວຽນ; ການຫັນປ່ຽນຂຽວ, ຊຸກຍູ້ບັນດາໂຄງການພາກລັດ-ເອກະຊົນ (PPP) ໃນການເຕີບໂຕຂຽວຢ່າງແຮງກວ່າອີກ; ຍົກສູງກຳລັງຄວາມສາມາດເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີອະນຸພາກພື້ນແມ່ນນ້ຳຂອງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ; ສະກັດກັ້ນ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ແລະ ແກ້ໄຂໂລກລະບາດໂດຍພື້ນຖານ; ເພີ່ມທະວີການໜູນຊ່ວຍສະໜອງບັນດາແຫຼ່ງວັກຊິນ, ຮ່ວມມືກັນໃນການໄປມາ ແລະ ຮັກສາຄວາມສະຖຽນລະພາບໃນລະບົບສະໜອງທົ່ວໂລກ; ຍົກສູງຈິດໃຈຄວາມສາມັກຄີ, ໜ້າທີ່ຄວາມຮັບຜິດຊອບ, ເຄົາລົບຜົນປະໂຫຍດລວມຂອງມະນຸດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດ “ເປົ້າໝາຍຄວບຄູ່” ແມ່ນທັງປ້ອງກັນ ຕ້ານໂລກລະບາດ, ທັງຟື້ນຟູເສດຖະກິດຄືນໃໝ່; ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດ, ພັດທະນາຂຽວ.

ຖືເອົາການປ່ຽນແປງໃໝ່ຮູບແບບການເຕີບໂຕສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ພັດທະນາເສດຖະກິດຂຽວຄວາມຕ້ອງການຂອງຕະຫຼາດບັນດາຂະແໜງໃໝ່ຫາກໍ່ພົ້ນເດັ່ນ ແລະ ເພີ່ມສະມັດຕະພາບການອອກແຮງງານເປັນການກຳນົດທິດ. ຖືມະນຸດເປັນໃຈກາງເປັນເຈົ້າກຳທັງແມ່ນແຫຼ່ງກຳລັງ ທັງແມ່ນກຳລັງໜູນສຳຄັນທີ່ສຸດ ແລະ ແມ່ນເປົ້າໝາຍສູງສຸດຂອງການພັດທະນາ. ພວກຂ້າພະເຈົ້າເດັດດ່ຽວບໍ່ຮັບເອົາວິທີການເຕີບໂຕດ້ວຍທຸກຮູບແບບຂາດລັກສະນະຍືນຍົງແລະ ຍິ່ງບໍ່ເດີນຕາມການເຕີບໂຕດ້ານດຽວ ຫາກຕ້ອງເສຍສະຫຼະຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ. ພວກຂ້າພະເຈົ້າປາດຖະໜາຈະສືບຕໍ່ໄດ້ຮັບການໜູນຊ່ວຍການຮ່ວມມືຢ່າງມີປະສິດທິຜົນກວ່າຈາກບັນດາປະເທດບັນດາອົງການຈັດຕັ້ງສາກົນວິສາຫະກິດໂດຍສະເພາະແມ່ນໃນບົນດາໂຄງການຮ່ວມມືພັດທະນາພື້ນຖານໂຄງລ່າງຍຸດທະສາດທີ່ມີຄຸນນະພາບສູງເສດຖະກິດຂຽວເສດຖະກິດດີຈີຕອນ… ໜູນຊ່ວຍບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ”.

ສິ້ນສຸດວາລະປຶກສາຫາລື, ບັນດາການນຳໄດ້ເຫັນດີຮັບຮອງເອົາຖະແຫຼງການ ເຊີອຸນ, ຢືນຢັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງບັນດາການນຳ P4G ແລະ ບັນດາຄູ່ຮ່ວມມື, ພ້ອມກັນນັ້ນກໍ່ຍົກອອກບັນດາການກຳນົດທິດ, ມາດຕະການແກ້ໄຂໃຫຍ່ເພື່ອແນໃສ່ຟື້ນຟູຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ກວມລວມ, ມຸ່ງໄປເຖິງການແກ້ໄຂບັນຫາກາກບອນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top