• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງໜ້າກະກຽມໃຫ້ແກ່ກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ

      ຕອນເຊົ້າວັນທີ 18 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດກອງປະຊຸມຄະນະຊີ້ນຳຂອງກະຊວງກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ ເພື່ອແນໃສ່ກວດກາວຽກງານກະກຽມ ແລະ ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຂອງກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ

ທ່ານພົນໂທ ຫງວຽນຈີ້ວີ້ງ ເປັນປະທານກອງປະຊຸມ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ້ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຢືນຢັນວ່າ : ກົມການເມືອງສູນກາງພັກ ໄດ້ເຫັນດີກ່ຽວກັບແຜນນະໂຍບາຍເພື່ອໃຫ້ກະຊວງປ້ອງກັນປະເທດ ຜັນຂະຫຍາຍກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ. ບົນພື້ນຖານນັ້ນ, ກະຊວງປ້ອງກັນປະເທດ ໄດ້ເຫັນດີຕໍ່ແຜນນະໂຍບາຍຈັດສົ່ງກອງກຳລັງຊ່າງແສງ ເພື່ອທົດແທນກອງກຳລັງຊ່າງແສງຂອງລາຊະອານາຈັກອັງກິດໃນປີ 2020.
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top