• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາດໄດ້ຫຼາຍລາງວັນຢູ່ງານປະກວດດົນຕີສາກົນສະຫະລັດອາເມລິກາ

ຫວຽດ​ນາມ​ຍາດ​ໄດ້ຫຼາຍ​ລາງວັນ​ຢູ່​
ງານ​ປະ​ກວດດົ​ນ​ຕີ​ສາ​ກົນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ
(ພາບ: qdnd.vn)
      ຕາມ​ຂໍ້​ມູນ​ຈາກ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ​ຫວຽດ​ນາມ, ຄະ​ນະນັກແຂ່ງ​ຂັນ​ເປຼຍ​ໂນ ປະ​ກອບ​ມີ 7 ນ້ອງ (ອາ​ຍຸ​ແຕ່ 9 ເຖິງ 18 ປີ) ຂອງ​ສະ​ຖາ​ບັນ, ໄດ້​ຮັບ​ຜົນ​ງານ​ສູງ, ດ້ວຍ 22 ລາງວັນ​ທີ່​ຕ່າງ​ກັນ ຢູ່​ງານ​​ມະ​ຫາ​ກຳ​ດົນ​ຕີ​ສາ​ກົນ Lansum 2016, ​ເຊິ່ງຈັດ​ຕັ້ງ ຢູ່​ສະ​ຫະ​ລັດ​ອາ​ເມ​ລິ​ກາ ແຕ່​ວັນ​ທີ 5-18/8 ຜ່ານ​ມາ. ງານ​​ມະ​ຫາ​ກຳ ມີ​ຜູ້​ແຂ່ງ​ຂັນ ກວ່າ 100 ຄົນ ​ທີ່ມາ​ຈາກ ປະ​ເທດ​ຕ່າງໆ​ເຊັ່ນ: ສະ​ຫະ​ລັດ​ອາ​ເມ​ລິ​ກາ, ຈີນ, ຫວຽດ​ນາມ… ​ເຊິ່ງ​ໄດ້​ແຂ່ງ​ຂັນບົດ​ປະ​ພັນ​ດົນ​ຕີ​ຂອງ​ນັກ​ດົນ​ຕີ Mozart, Chopin, Beethoven… ແລະ ຕາມລຸ້​ນ​ອາ​ຍຸ​ຂອງ​ຜູ​້​ແຂ່ງ​ຂັນ. ຫວຽດ​ນາມ​ ຍາດ​ລາງວັນ​ທີໜຶ່ງໄດ້ 6 ລາງວັນ ຕາມ​ລຸ້ນ​ອາ​ຍຸ ແລະ ນັກ​ດົນ​ຕີ, ປະ​ກອບ​ມີ: ເຈີ່ນ​ມິງ​ເຈົາ (3 ລາງວັນ); ເຈືອງ​ທິ​ເງິນ​ຮ່າ (2 ລາງວັນ); ຟານ​ທຽນ​ແບ໋ກ​ແອງ (1 ລາງວັນ); ນອກ​ຈາກນັ້ນ ​ຍັງ​ມີ ລາງວັນ​ທີສອງ 7 ລາງວັນ, ລາງວັນ​ທີສາມ 5 ລາງວັນ ແລະ ລາງວັນ​ຊົມ​ເຊີຍ 4 ລາງວັນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top