• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຊຸກຍູ້ການຮ່ວມມືວັດທະນະທຳໃນອາຊຽນ

ບັນດາຜົນງານໃນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ສະເຫນີຂໍ້ລິເລີ່ມສ້າງເສົາຄ້ຳວັດທະນະທຳ - ສັງຄົມໃນປະຊາຄົມອາຊຽນ .

ພິທີຊັກທຸງອາຊຽນ ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ (ພາບ:  molisa.gov.vn)

ໃນກວ່າເຄິ່ງສັດຕະວັດແຫ່ງການສ້າງຕັ້ງແລະພັດທະນາ, ວັດທະນະທຳຍາມໃດກໍ່ແມ່ນເສົາຄ້ຳສຳຄັນ ຊ່ວຍອາຊຽນ ມີຄວາມສະຫນິດຕິດພັນກວ່າໃນຊາຍຄາລວມ.ໂດຍແມ່ນສະມາຊິກມີຄວາມຮັບຜິດຊອບຂອງອາຊຽນ, 25 ປີຜ່ານມາ ຫວຽດນາມຍາມໃດກໍ່ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ ນຳໃຊ້ວັດທະນະທຳເພື່ອສະຫນິດຕິດພັນກັບບັນດາຊາດ ກາຍເປັນປະຊາຄົມວັດທະນະທຳເປັນເອກະພາບ.

ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳກັບບັນດາປະເທດ ອາຊຽນ ຍາມໃດຂະແຫນງວັດທະນະທຳ ຫວຽດນາມເປັນເຈົ້າພາບຈັດຕັ້ງດ້ວຍຫລາຍຮູບການທີ່ແຕກຕ່າງກັນ ຄືດັ່ງເປັນການປະກອບສ່ວນຂອງຕົນເຂົ້າໃນການປະຕິບັດບົດບາດເປັນສະມາຊິກຕັ້ງຫນ້າຂອງກຸ່ມ.

ນັບແຕ່ເມື່ອຈັດຕັ້ງ Festival ເຫ້ວ ຄັ້ງທີ 2 ເມື່ອປີ 2002 ມາຮອດປະຈຸບັນ, ຜ່ານ ການຈັດຕັ້ງ Festival ມາເປັນ 9 ຄັ້ງແລ້ວ,  ປະຊາຊົນຫວຽດນາມ ແລະແຂກທ່ອງທ່ຽວສາກົນ ມາຢ້ຽມຢາມເຫ້ວ ຍາມໃດກໍ່ໄດ້ຮັບຊົມບັນດາລາຍການສິລະປະທີ່ເປັນເອກະລັກສະເພາະຂອງກຳປູເຈຍ,ລາວ,ໄທ,ອິນໂດເນເຊຍ,ຟິລີບປີນ.. ສະແດງ. ນັ້ນແມ່ນບັນດາລາຍການສິລະປະມີລັກສະນະພົວພັນແລກປ່ຽນ ສະຫນິດຕິດພັນລະຫວ່າງບັນດາຊາດໃນກຸ່ມອາຊຽນ ເວົ້າສະເພາະ ແລະລະຫວ່າງ ອາຊຽນ ກັບໂລກເວົ້າລວມ.

ນອກນັ້ນ ການທ່ອງທ່ຽວຄົ້ນຫາ, ຊອກຮູ້ວັດທະນະທຳ ໄດ້ຮັບການຂຸດຄົ້ນຢ່າງສຸດຂີດ. ເລື່ອງຮ່ວມສຳພັນນຳແຂກທ່ອງທ່ຽວໄປຄົ້ນຫາບັນດາມໍລະດົກວັດທະນະທຳໂລກຢູ່ບັນດາປະເທດ ອາຊຽນ ຜ່ານທາງບົກ, ທາງອາກາດ ໂດຍບັນດາວິສາຫະກິດທ່ອງທ່ຽວຫວຽດນາມແລະ ບັນດາປະເທດ ປະຕິບັດຢ່າງມີປະສິດທິຜົນໃນຫລາຍປີຜ່ານມາ.

ບັນດາຜົນງານໃນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ສະເຫນີຂໍ້ລິເລີ່ມສ້າງເສົາຄ້ຳວັດທະນະທຳ - ສັງຄົມໃນປະຊາຄົມອາຊຽນ ເປັນຕົ້ນໃນປີນີ້ ເມື່ອຫວຽດນາມຮັບດຳລົງຕຳແຫນ່ງເປັນປະທານ ອາຊຽນ ໂດຍໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ. ເປັນຕົ້ນແມ່ນປີນີ້, ເມື່ອຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ, ໂດຍໄດ້ຮັບການ ຕີລາຄາສູງຈາກເພື່ອນມິດສາກົນ. ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວໃຫ້ຮູ້ວ່າ:

        ຫວຽດນາມໄດ້ຍົກອອກຫຼາຍຂໍ້ລິເລີ່ມໃຫ້ແກ່ການຮ່ວມມືລະຫວ່າງອາຊຽນກັບບັນດາປະເທດສະມາຊິກ. ຂໍ້ລິເລີ່ມທັງໝົດນັ້ນ ໄດ້ສະແດງໃຫ້ເຫັນບົດບາດນຳພາຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020. ເຖິງວ່າ ພວກເຮົາພວມປະເຊີນໜ້າກັບຫຼາຍສິ່ງທ້າທາຍກໍ່ຕາມແຕ່ ຫວຽດນາມຍັງສືບຕໍ່ຮັກສາບົດບາດນຳພາ ແລະ ຊຸກຍູ້ວິວັດແຫ່ງການສ້າງປະຊາຄົມອາຊຽນ, ສຸມໃສ່ເຂົ້າບົດບາດ ໃຈກາງຂອງອາຊຽນ, ພິເສດແມ່ນໃນການພົວພັນທາງການຕ່າງປະເທດກັບບັນດາຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ.

        ດ້ວຍເປົ້າໝາຍມຸ່ງໄປສູ່ປະຊາຊົນ, ການພົວພັນແລກປ່ຽນດ້ານວັດທະນະທຳກາຍເປັນໜຶ່ງໃນບັນດາແຫຼ່ງກຳລັງພັດທະນາຂອງບັນດາປະເທດໃນພາກພື້ນ ເມື່ອເຮັດໃຫ້ບັນດາຊາດຫຍັບມໍ່ໃກ້ກັນກ່ວາ. ແລະ ຫວຽດນາມ ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ ໄດ້, ພວມ ແລະ ຈະເຮັດໃຫ້ຊ່ອງທາງຮ່ວມມືດ້ານວັດທະນະທຳດີກ່ວາອີກ ເພື່ອໃຫ້ອາຊຽນນັບມື້ນັບສະໜິດຕິດພັນ ແລະ ພັດທະນາກ່າວເກົ່າ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top