• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈະບັນລຸໄດ້ບັນດາເປົ້າໝາຍທີ່ເບິ່ງຄືວ່າຍາກທີ່ຈະບັນລຸໄດ້

ໃນມື້ເຮັດວຽກວັນທີ 31 ທັນວາ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ, ກໍ່ຄືບັນດາຂໍ້ສະເໜີແນະສຳລັບລັດຖະບານ.

 
ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ

(ພາບ: TTXVN)


ໂດຍສືບຕໍ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດລະຫວ່າງລັດຖະບານ ແລະ ບັນດາທ້ອງຖິ່ນ, ໃນມື້ເຮັດວຽກວັນທີ 31 ທັນວາ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ, ກໍ່ຄືບັນດາຂໍ້ສະເໜີແນະສຳລັບລັດຖະບານ.

          ກ່ອນໜ້ານັ້ນ, ທີ່ວາລະໄຂກອງປະຊຸມໃນຕອນເຊົ້າວັນທີ 30 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນບັນດາຜົນງານທາງດ້ານເສດຖະກິດສັງຄົມປີ 2019 ເປັນສິ່ງພິສູດໃຫ້ເຫັນເຈດຈຳນົງມານະພະຍາຍາມ, ຈິດໃຈສາມັກຄີພ້ອມກັບຄວາມຕັດສິນໃຈອັນໃຫຍ່ຫຼວງ, ຫວຽດນາມ ຈະບັນລຸໄດ້ຜົນງານຫຼາຍຢ່າງ, ໃນນັ້ນມີບັນດາເປົ້າໝາຍຄາດວ່າຍາກທີ່ຈະບັນລຸໄດ້.

          ກ່ຽວກັບໜ້າທີ່ລະອຽດໃນປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

          “ຂ້າພະເຈົ້າຢາກໄດ້ຮັບຟັງຄຳຄິດຄຳເຫັນຂອງບັນດາຂະແໜງການ, ທ້ອງຖິ່ນ, ໃນນັ້ນສຸມໃສ່ໂດຍກົງເຂົ້າບັນດາໝາກຜົນພົ້ນເດັ່ນ ແລະ ບັນດາຄວາມຫຍຸ້ງຍາກ, ຕິດຄັດ; ບັນດາບັນຫາລະຫວ່າງຂະແໜງ, ລະຫວ່າງເຂດ, ເພີ່ມທະວີການສົມທົບກັນເຮັດແນວໃດເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ຍົກສູງປະສິດທິຜົນການຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງ… ເຮັດແນວໃດເພື່ອສ້າງການຫັນປ່ຽນຢ່າງຈະແຈ້ງ, ມີປະສິດທິຜົນໃນການປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂທີ່ໄດ້ວາງອອກໃນປີ 2020.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top