• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃນບົດກອນຂອງນັກກະວີຊາວ ໄທ

ບັນດາບົດກອນນັ້ນ, ກໍຄືນັກກະວີ ເນົາວະຣັດ ພົງໄພບູນ ເອງ, ໄດ້ກາຍເປັນທູດຂອງກະວີ, ນຳເອົາພາບພົດຂອງ ຫວຽດນາມ ເຂົ້າໃກ້ກັບຊາວ ໄທ ກວ່າ

ມີຫຼາຍນັກກະວີບໍ່ພຽງແຕ່ປະດິດແຕ່ງໃນຫ້ອງນ້ອຍຫາກຍັງກ້າວອອກສູ່ໂລກ - ເພື່ອສັງເກດເພື່ອຮູ້ສຶກ ແລະ ເພື່ອແຕ່ງກະວີເຊື່ອມຕໍ່ມະນຸດຂ້າມຊາຍແດນດ້ວຍກັນໃນວົງການນັກກະວີ ໄທ ທ່ານ ເນົາວະຣັດ ພົງໄພບູນ ແມ່ນຜູ້ທີ່ມີື່ສຽງແມ່ນນັກສິລະປິນປະຊາຊົນຜູ້ທີ່ແຕ່ງບົດກອນໂດຍມີການປະສົປະສານລະຫວ່າງທິດສະດີປັດຊະຍາຊີວິດ ແລະ ນ້ຳໃຈຂອງມະນຸດສຳລັບທ່ານແລ້ວຫວຽດນາມ ແມ່ນປະເທດພິເສດ - ແມ່ນແຫ່ງເພື່ອສ້າງຄວາມຮູ້ສຶກເພື່ອແຕ່ງ ແລະ ເພື່ອແບ່ງປັນ.

(ອ່ານກະວີ ອ່າວ ຮະລອງ)

ນັ້ນແມ່ນເນື້ອໃນຂອງບົດກະວີ “ອ່າວ ຮະລອງ” ໃນຊຸດກະວີ “ຂຽນແຜ່ນດິນສຸວັນນະພູມ  ຫວຽດນາມ” - ລວມມີ 40 ບົດ, ແມ່ນໝາກຜົນຂອງການຢ້ຽມຢາມ ຫວຽດນາມ 5 ເທື່ອ, ນັບແຕ່ປີ 2013 ແລະ ນ້ຳໃຈຄວາມຮັກແພງຂອງນັກກະວີ ເນົາວະຣັດ ທີ່ມີຕໍ່ ຫວຽດນາມ.

(ນັກກະວີ ເນົາວະຣັດ)

ໃນການຢ້ຽມຢາມ ຫວຽດນາມ  5 ເທື່ອນັ້ນ, ນັກກະວີ ເນົາວະຣັດ ພົງໄພບູນ ໄດ້ລົງຕົວຈິງຢູ່ຫຼາຍແຫ່ງ ນັບແຕ່ເໜືອຮອດໃຕ້, ຈາກເຂດພູດອຍທາງພາກເໜືອ ຕະຫຼອດຮອດເຂດທົ່ງພຽງແມ່ນ້ຳຂອງ. ຈາກເຂດດິນແດນແຫ່ງສັກສິດ ມີ້ເຊີນ ດ້ວຍບັນດາຜົນສະທ້ອນຈາກພາກໃຕ້ ອິນເດຍ, ບັນດາຫາດຊາຍທະເລສີຂາວ, ສີເຫຼືອງ ຢູ່ມຸຍແນ, ແມ່ນ້ຳ ເຮືອງທີ່ສວຍງາມດັ່ງໃນຝັນ ຢູ່ ເຫ້ວ ຕະຫຼອດຮອດນະຄອນ ໂຮ່ຈີມິນ ທີ່ທັນສະໄໝ ແລະ ອຶກກະທຶກຄືກໂຄມ… ສິ່ງທີ່ໜ້າຈັບໃຈແມ່ນ ການເດີນທາງຂອງນັກກະວີ ບໍ່ພຽງແຕ່ໄດ້ບັນທຶກໄວ້ດ້ວຍອາລົມຈິດເທົ່ານັ້ນ ຫາກບັນດານັກສິລະປິນໄທຍັງສ້າງເປັນຮູບເງົາ ແລະ ແຕ້ມເປັນຮູບອີກດ້ວຍ. ທັງໝົດເຫຼົ່ານັ້ນໄດ້ຮັບການບັນນາທິການ ແລະ ອອກອາກາດໃນຊ່ອງໂທລະພາບ ແລະ ຊ່ອງ Youtube ຂອງກະຊວງວັດທະນະທຳ ໄທ ເພື່ອແນໃສ່ຊ່ວຍໃຫ້ຊາວ ໄທ ມີຄວາມເຂົ້າໃຈກ່ຽວກັບຮູບພາບປະເທດຊາດ, ດົນຕີ ແລະ ສີລະປະຂອງ ຫວຽດນາມ.

(ນັກກະວີ ເນົາວະຣັດ)

ບັນດາບົດກອນນັ້ນ, ກໍຄືນັກກະວີ ເນົາວະຣັດ ພົງໄພບູນ ເອງ, ໄດ້ກາຍເປັນທູດຂອງກະວີ, ນຳເອົາພາບພົດຂອງ ຫວຽດນາມ ເຂົ້າໃກ້ກັບຊາວ ໄທ ກວ່າ ແລະ ແຜ່ຂະຫຍາຍສານທີ່ວ່າ: ວັນນະຄະດີແມ່ນສາຍເຊື່ອມຕໍ່ຫົວໃຈລະຫວ່າງບັນດາຊາດ ອາຊຽນ. ຄືດັ່ງຂໍ້ສັງເກດຂອງທ່ານຮອງສາດສະດາຈານ, ປະລິນຍາດເອກ ຕຣີສິນ ບຸນຂະຈອນ - ມະຫາວິທະຍາໄລ ຈຸລາລົງກອນທີ່ວ່າ:

(ທ່ານຮອງສາດສະດາຈານປະລິນຍາດເອກ ຕຣີສິນ ບຸນຂະຈອນ)

ບົດກອນແຕ່ລະບົດຄືດັ່ງສຽງດົນຕີທີ່ເຈືອຈານລະຫວ່າງຄວາມຮູ້ສຶກ ແລະ ຄວາມຊົງຈຳ - ແຫ່ງທີ່ວັນນະຄະດີກາຍເປັນການໄປທ່ອງທ່ຽວແຫ່ງຈິດວິນຍານ, ນຳຊາວ ໄທ ຫຍັບເຂົ້າໃກ້ກັບປະເທດ ຫວຽດນາມກວ່າ ແລະ ຊ່ວຍໃຫ້ຊາວ ຫວຽດນາມ ເຫັນໄດ້ຕົນເອງຜ່ານສາຍຕາຂອງເພື່ອນມິດສາກົນ. ຍ້ອນວ່າ ເຂົາເຈົ້າບໍ່ພຽງແຕ່ມີຄວາມຮູ້ສຶກກ່ຽວກັບປະເທດໜຶ່ງດ້ວຍສາຍຕາຂອງຜູ້ເປັນແຂກເທົ່ານັ້ນ, ຫາກຍັງຕັ້ງຫົວໃຈຂອງຕົນໃສ່ແຕ່ລະລາຍລະອຽດ ແລະ ພົບປະກັນຜ່ານພາສາຂອງວັນນະຄະດີ ແລະ ນ້ຳໃຈມິດຕະພາບທີ່ອົບອຸ່ນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະ: ເປີດກວ້າງການຮ່ວມມືກັບ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງ ແມ່ນບາດກ້າວຍຸດທະສາດ, ເໝາະສົມກັບຂອບເຂດການພົວພັນຍຸດທະສາດຮອບດ້ານ.

Top