ກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານ ໂຕເລີມ, ສະເໜີໃຫ້ສອງຝ່າຍສ້າງບາດກ້າວບຸກທະລຸໃນ ການຮ່ວມມື, ສູ້ຊົນຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 6 ຕື້ໂດລາສະຫະລັດ ຕາມທິດດຸນດຽງ, ໝັ້ນຄົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສົ່ງເສີມ ໂປໂລຍ ກາຍເປັນນັກລົງທຶນແຖວໜ້າຂອງເຂດ ເອີລົບກາງ, ເອີລົບ ຕາເວັນອອກ ຢູ່ ຫວຽດນາມ. ຫວຽດນາມ ກຽມພ້ອມສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ໂປໂລຍ ເປີດກ້ວາງການລົງທຶນ, ດຳເນີນທຸລະກິດຍາວນານຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ ໂປໂລຍ ມີທ່າແຮງ.
ທ່ານ ໂຕເລີມ ກໍ່ສະເໜີສອງຝ່າຍເປີດກ້ວາງການຮ່ວມມືໃນບັນດາຂົງເຂດພັດທະນາ ທ່າກຳ່ປັ່ນ, logistics ການເດີນເຮືອບົນທະເລ, ການຕໍ່ກຳ່ປັ່ນ... ທ່ານ ໂຕເລີມ ເນັ້ນໜັກວ່າສອງຝ່າຍຄວນບຸລິມະສິດການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ປ່ຽນໃໝ່ນະວັດຕະກຳ, ສຸມໃສ່ເຂົ້າບັນດາຂົງເຂດ, ຄື: ປັນຍາປະດິດ, ເຕັກໂນໂລຊີ ດີຈີຕອນ, ຄວາມໝັ້ນຄົງທາງອິນເຕີເນັດ; ສະເໜີ ໂປໂລຍ ສືບຕໍ່ເພີ່ມທະວີການສະໜອງທຶນສຶກສາໃຫ້ນັກສຶກສາ, ນັກຄົ້ນຄ້ວາ ຫວຽດນາມ.
ສ່ວຍທ່ານ Donald Tusk, ນາຍົກລັດຖະມົນຕີ ໂປໂລຍ ຢັ້ງຢືນວ່າລັດຖະບານ ໂປໂລຍ ຈະສົມທົບກັບຝ່າຍ ຫວຽດນາມຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ, ພິເສດໃນຂົງເຂດມີຄວາມສາມາດບົ່ມຊ້ອນຫຼາຍ ແລະ ມີຄວາມສາມາດສ້າງບຸກທະລຸຄື: ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການຢາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ປັນຍາປະດິດ.
ແລະ ກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ (ທີ່ຮ່າໂນ້ຍ), ທີ່ການພົບປະກັບ ທ່ານ Donald Tusk, ນາຍົກລັດຖະມົນຕີ ໂປໂລຍ, ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນການຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາ ກັບສະພາແຫ່ງຊາດ ໂປໂລຍ ຢ່າງແຮງ. ສະພາແຫ່ງຊາດຫວຽດນາມ ຈະສ້າງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດສະດວກ, ໂປ່ງໃສ, ຍົກສູງປະສິດທິຜົນການປະຕິບັດນະໂຍບາຍ ແລະ ປັບປຸງຄວາມເຊື່ອໝັ້ນ ຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືຍາວນານກັບ ໂປໂລຍ.
ໃນຕອນຄຳ່ວັນດຽວກັນ, ທ່ານ Donald Tusk, ພ້ອມກັບຄະນະຜູ້ແທນຂັ້ນສູງ ໂປໂລຍ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ຕຸລາ, ຕາມຄຳເຊີນຂອງທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ຫວຽດນາມ.







