• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນໂດເນເຊຍ ຍູ້ແຮງການຮ່ວມມືລັດຖະສະພາ

ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ຫຼາຍກວ່າອີກ.
  ທີ່ພິທີຕ້ອນຮັບ (ພາບ: daibieunhandan.vn)  

ຕອນບ່າຍວັນທີ 14 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການຮ່ວມມືລະຫວ່າງລັດຖະສະພາຂອງ ສະພາຕ່ຳ ອິນໂດເນເຊຍ, ໂດຍທ່ານ Fadli Zon, ຫົວໜ້າກຳມາທິການ, ເປັນຫົວໜ້າຄະນະ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເມີນ ຢືນຢືນວ່າ, ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ຫຼາຍກວ່າອີກ; ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນຍູ້ແຮງການຮ່ວມມືຜ່ານຊ່ອງການຮ່ວມມືທາງລັດຖະສະພາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ. ທ່ານ ເຈິ່ນແທັງເມີນ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສະໜັບສະໜູນ ແລະ ສົມທົບກັບລັດຖະສະພາ ອິນໂດເນເຊຍ ຈັດ AIPA – 44 ບັນລຸຜົນສຳເລັດ.

ສ່ວນທ່ານ Fadli Zon, ໄດ້ຮັບຮູ້ການຮ່ວມມືຢ່າງແຮງລະຫວ່າງ 2 ປະເທດໃນຫຼາຍຂົງເຂດ; ພ້ອມທັງ, ໃຫ້ຮູ້ວ່າ ບັນດາອົງການທີ່ມີໜ້າທີ່ຂອງ ອິນໂດເນເຊຍ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ແກ່ບັນດາການຢ້ຽມຢາມ ອິນໂດເນເຊຍ ຂອງການນຳ ຫວຽດນາມ ໃນໄລຍະຈະມາເຖິງ.

 

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top