ຕອນບ່າຍວັນທີ 03 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຮ່ວມມືລະຫວ່າງບໍລິສັດກັ່ນຕອງນ້ຳມັນ ບິ່ງເຊີນ ແລະ ບັນດາຄູ່ຮ່ວມມືພະລັງງານແຖວໜ້າຂອງ ອາເມລິກາ, ລວມມີ: ກຸ່ມບໍລິສັດ Chevron, Marquis Energy ແລະ ADM Asia-Pacific Trading.
ບັນດາເອກະສານໄດ້ສຸມໃສ່ການຮ່ວມມືສະໜອງນ້ຳມັນດິບໃຫ້ແກ່ໂຮງງານກັ່ນຕອງນ້ຳມັນ ຢຸງກວັດ; ຄົ້ນຄວ້າຄວາມສາມາດສະໜອງເຊື້ອເພີງຊີວະພາບ ethanol ຈາກ ອາເມລິກາ… ທ່ານນາງ Barbara Harrison, ຮອງປະທານຜູ້ຮັບຜິດຊອບຝ່າຍສະໜອງ ແລະ ແລກປ່ຽນຄ້າຂາຍນ້ຳມັນດິບ, ກຸ່ມບໍລິສັດ Chevron, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ຮ່ວມມືໃນການສະໜອງນ້ຳມັນດິບທີ່ຜະລິດຢູ່ ອາເມລິກາ ກໍຄືບັນດາແຫຼ່ງນ້ຳມັນອື່ນ, ເພື່ອໜູນຊ່ວຍການຜະລິດພະລັງງານທີ່ປອດໄພ ແລະ ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາຢາກເພີ່ມປະລິມານ ແລະ ຫວັງວ່າ ຈະສາມາດບັນລຸລະດັບ 4 – 5 ລ້ານຖັງໃນປີຕໍ່ໄປ”.
ພິທີລົງນາມດຳເນີນໄປໃນສະພາບ 2 ປະເທດພວມຍູ້ແຮງການເຈລະຈາສັນຍາການຄ້າສົມທົບຢ່າງຍຸດຕິທຳ ແລະ ດຸ່ນດ່ຽງ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າທີ່ມີສະຖຽນລະພາບ, ຍາວນານໃຫ້ສຳເລັດໂດຍໄວ.








