• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຈໍແດນ ຕ້ອງກາຍເປັນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈແຖວໜ້າຂອງກັນຢູ່ແຕ່ລະພາກພື້ນ

ຈໍແດນ ແລະ ຫວຽດນາມ ລ້ວນແຕ່ພວມຢູ່ໃນຈຸດເວລາເພື່ອສ້າງສັງກາດພັດທະນາໃໝ່ ແລະ ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Mazen Turki El Qadi, ປະທານສະພາຕ່ຳ ຈໍແດນ (ພາບ: TTXVN)

ຕອນບ່າຍວັນທີ 03 ກຸມພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Mazen Turki El Qadi, ປະທານສະພາຕ່ຳ ຈໍແດນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 02 – 05 ກຸມພາ 2026.

ທ່ານເລຂາທິການໃຫຍ່ໂຕເລິມ ເນັ້ນໜັກວ່າ ຈໍແດນ ແລະ ຫວຽດນາມ ລ້ວນແຕ່ພວມຢູ່ໃນຈຸດເວລາເພື່ອສ້າງສັງກາດພັດທະນາໃໝ່ ແລະ ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ. ບົນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບ ຈໍແດນ ໃຫ້ຫຼາຍກວ່າ.

ສ່ວນທ່ານປະທານສະພາຕ່ຳ Mazen Turki El Qadi ໃຫ້ຮູ້ວ່າ ຈໍແດນ ປາດຖະໜາຢາກຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງ, ພິເສດແມ່ນດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ບັນດາຂະແໜງເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ.

2 ຝ່າຍກໍ່ເຫັນດີຮ່ວມມືກັນ ເພື່ອປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມລວມເພື່ອຊຸກຍູ້ສັນຕິພາບ, ແກ້ໄຂການປະທະກັນ ແລະ ສ້າງພາກພື້ນຂຶ້ນໃໝ່, ໃນນັ້ນມີເລື່ອງ ຕັ້ງໜ້າເຂົ້າຮ່ວມສະພາສັນຕິພາບ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ ເຊິ່ງ ຫວຽດນາມ ແລະ ຈໍແດນ ລ້ວນແຕ່ເປັນສະມາຊິກ.

(ແຫຼ່ງຄັດຈາກ VOV)

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຫາກໍໄດ້ຈັດຕັ້ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

Top