ໃນບັນດາຜົນງານຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ມີການປະກອບສ່ວນໂດຍກົງ ແລະ ສຳຄັນຂອງບັນດາອົງການພັກຮາກຖານ, ແຕ່ລະໜ່ວຍພັກ, ສະມາຊິກພັກແຕ່ລະຄົນ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ) ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026), ຕອນຄ່ຳວັນທີ 03 ກຸມພາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີ ຍ້ອງຍໍເລຂາໜ່ວຍພັກດີເດັ່ນ 96 ສະຫາຍ ແລະ ມອບລາງວັນຄ້ອນຕີກ່ຽວຄຳຄັ້ງທີ 10 ປີ 2025. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງ ໄດ້ເຂົ້າຮ່ວມ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ໃນບັນດາຜົນງານຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ມີການປະກອບສ່ວນໂດຍກົງ ແລະ ສຳຄັນຂອງບັນດາອົງການພັກຮາກຖານ, ແຕ່ລະໜ່ວຍພັກ, ສະມາຊິກພັກແຕ່ລະຄົນ, ພິເສດແມ່ນໜ່ວຍພັກໄດ້ຮັບການຍ້ອງຍໍໃນມື້ນີ້ ໄດ້ຕາງໜ້າໃຫ້ເລຂາໜ່ວຍພັກດີເດັ່ນໃນທົ່ວພັກກວ່າ 250.000 ສະຫາຍ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ
“ເປັນຄັ້ງທຳອິດທີ່ສູນກາງຈັດພິທີຍ້ອງຍໍເລຂາໜ່ວຍພັກດີເດັ່ນ ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກຕໍ່ວຽກງານກໍ່ສ້າງພັກຈາກຂັ້ນຮາກຖານ, ເຊິ່ງ ຈາກໜ່ວຍພັກ ເຊິ່ງເປັນແຫ່ງຜັນຂະຫຍາຍ ແລະ ກວດກາທົດລອງປະສິດທິຜົນຂອງທຸກແຜນນະໂຍບາຍໂດຍກົງ. ພິທີຍ້ອງຍໍຍັງແມ່ນສານຢ່າງແຮງກ່ຽວກັບການວາງຈຸດສຸມການກໍ່ສ້າງພັກນັບແຕ່ກົກ, ປະກອບສ່ວນຍົກສູງກຳລັງຊີ້ນຳ ແລະ ກຳລັງຕໍ່ສູ້ຂອງອົງການພັກໃນໄລຍະໃໝ່”.
ສຳລັບໜ້າທີ່ກໍ່ສ້າງພັກ, ຕາມທ່ານເລຂາທິການໃຫຍ່ແລ້ວ, ວຽກງານຖະແຫຼງຂ່າວ ສື່ສານໄດ້ສວມບົດບາດສຳຄັນຍິ່ງໃນການສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ.
“ວຽກງານໂຄສະນາສື່ສານຕ້ອງສ້າງແຫຼ່ງບັນດານໃຈລະດົມກຳລັງໃຈໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເສີມຂະຫຍາຍຈິດໃຈເປັນເຈົ້າ, ມີຄວາມໝັ້ນໃຈ, ເຂັ້ມແຂງດ້ວຍຕົນເອງ, ມີຄວາມເອກອ້າງທະນົງໃຈ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ. ບັນດາບົດປະພັນສື່ມວນຊົນ, ໂດຍສະເພາະແມ່ນບັນດາບົດປະພັນສື່ມວນຊົນທີ່ຂຽນກ່ຽວກັບພັກ, ຕ້ອງທັນສະໄໝ ແລະ ມີຫົວຄິດປະດິດສ້າງ ສອດຄ່ອງກັບການພັດທະນາຂໍ້ມູນໃນສັງກາດດີຈີຕອນ, ປະກອບສ່ວນຍົກສູງປະສິດທິພາບ, ປະສິດທິຜົນການນຳພາກຳອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ”.
ພາຍຫຼັງການປຸກລະດົມແຕ່ວັນທີ 20 ມັງກອນ 2025, ຄະນະຈັດການເສັງຄ້ອນຕີກ່ຽວຄຳຄັ້ງທີ 10 ປີ 2025 ໄດ້ຮັບບົດສົ່ງມາເຂົ້າຮ່ວມການເສັງເກືອບ 2.300 ບົດ. ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນ A 6 ລາງວັນ, ລາງວັນ B 13 ລາງວັນ, ລາງວັນ C 18 ລາງວັນ, ລາງວັນຫົວເລື່ອງສະເພາະ 10 ລາງວັນ ແລະ ລາງວັນຊົມເຊີຍ 35 ລາງວັນ. ວິທະຍຸກະຈາຍສຽງ ຫວຽດນາມ ຄ້ວາໄດ້ A 1 ລາງວັນ, ລາງວັນ C 1 ລາງວັນ ແລະ ລາງວັນຊົມເຊີນ 3 ລາງວັນ.
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ປຸກລະດົມການເສັງຄ້ອນຕີກ່ຽວຄຳຄັ້ງທີ 11 ປີ 2026..
ພາຍຫຼັງການປຸກລະດົມແຕ່ວັນທີ 20 ມັງກອນ 2025, ຄະນະຈັດການເສັງຄ້ອນຕີກ່ຽວຄຳຄັ້ງທີ 10 ປີ 2025 ໄດ້ຮັບບົດສົ່ງມາເຂົ້າຮ່ວມການເສັງເກືອບ 2.300 ບົດ. ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນ A 6 ລາງວັນ, ລາງວັນ B 13 ລາງວັນ, ລາງວັນ C 18 ລາງວັນ, ລາງວັນຫົວເລື່ອງສະເພາະ 10 ລາງວັນ ແລະ ລາງວັນຊົມເຊີຍ 35 ລາງວັນ. ວິທະຍຸກະຈາຍສຽງ ຫວຽດນາມ ຄ້ວາໄດ້ A 1 ລາງວັນ, ລາງວັນ C 1 ລາງວັນ ແລະ ລາງວັນຊົມເຊີນ 3 ລາງວັນ.
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ປຸກລະດົມການເສັງຄ້ອນຕີກ່ຽວຄຳຄັ້ງທີ 11 ປີ 2026.