• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຂະແໜງການເງິນ - ເງິນຕາລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ

ຫວຽດນາມ ມີໂອກາດສະດວກເພື່ອພັດທະນາສູນການຄ້າ ຍ້ອນພື້ນຖານເສດຖະກິດ ຫວຽດນາມ ພວມຢູ່ໃນທ່າພັດທະນາ ແລະ ມີການພົວພັນກັບຫຼາຍການກຳນົດລະບອບການເງິນສາກົນ.
ທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ທ່ານ Timur Suleimenov, ຜູ້ວ່າການທະນາຄານສູນກາງ ກາຊັກສະຖານ (ພາບ: VGP)

ໃນລາຍການເຮັດວຽກຢູ່ ກາຊັກສະຖານ, ວັນທີ 03 ກຸມພາ, ທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Timur Suleimenov, ຜູ້ວ່າການທະນາຄານສູນກາງ ກາຊັກສະຖານ.

ທີ່ການເຮັດວຽກ, ທ່ານຜູ້ວ່າການທະນາຄານ Timur Suleimenov ໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີໂອກາດສະດວກເພື່ອພັດທະນາສູນການຄ້າ ຍ້ອນພື້ນຖານເສດຖະກິດ ຫວຽດນາມ ພວມຢູ່ໃນທ່າພັດທະນາ ແລະ ມີການພົວພັນກັບຫຼາຍການກຳນົດລະບອບການເງິນສາກົນ.

ສ່ວນທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ຊີ້ນຳທະນາຄານແຫ່ງລັດ ຫວຽດນາມ ສົມທົບກັບທະນາຄານສູນກາງ ກາຊັກສະຖານ ເພື່ອຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ 2 ທະນາຄານ, ເປີດກວ້າງການຮ່ວມມືໄປສູ່ບັນດາບັນຫາໃໝ່ເຊິ່ງກ່ອນນີ້ຍັງບໍ່ທັນມີໃນຂອບເຂດ MOU ສະບັບເກົ່າທີ່ທະນາຄານ 2 ຝ່າຍໄດ້ລົງນາມເມື່ອປີ 2012, ຄື: fintech, ສູນການເງິນສາກົນ…

(ແຫຼ່ງຄັດຈາກ VOV)

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຫາກໍໄດ້ຈັດຕັ້ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

Top