• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ຜັນຂະຫຍາຍ ສົນທິສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນຂົງເຂດພາສີຢ່າງປະສິດທິຜົນ

ນອກກອງປະຊຸມສະພາຮ່ວມມືດ້ານພາສີ, ທີ່ໄດ້ຈັດຂຶ້ນແຕ່ວັນທີ 27-29 ມິຖຸນາ, ຢູ່ສຳນັກງານໃຫ່ຍຂອງອົງການພາສີໂລກ ຢູ່ Brussels, ແບນຊິກ, ທ່ານ ຫົວໜ້າກົມໃຫ່ຍພາສີຫວຽດນາມ ຫງວຽນວັນເກິ໋ນ ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍກັບ ທ່ານ ຮອງຂ້າຫຼວງໃຫ່ຍອົງການພາສີ ແລະປ້ອງກັນຊາຍແດນອາເມລິກາ.

ທ່ານ ຫົວໜ້າກົມໃຫ່ຍພາສີຫວຽດນາມ ຫງວຽນວັນເກິ໋ນ ເຮັດວຽກກັບ ທ່ານ ຮອງຂ້າຫຼວງໃຫ່ຍອົງການພາສີ ແລະປ້ອງກັນຊາຍແດນອາເມລິກາ (ພາບ: HTQT-HQ)

ທີ່ກອງປະຊຸມ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບເລື່ອງໄດ້ເຮັດສຳເລັດບັນດາລະບຽບການພາຍໃນທັງໝົດໃນການກະກຽມໃຫ້ແກ່ການລົງນາມໃນສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະໜູນຊ່ວຍເຊິ່ງກັນ ແລະ ກັນ ໃນຂົງເຂດພາສີ.ຕາມນັ້ນແລ້ວ, ສອງຝ່າຍເປັນເອກະພາບຈະສຸມໃສ່ເຂົ້າໃນບັນດາເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການແລກປ່ຽນຂໍ້ມູນລາດສະການລັບ, ແບ່ງປັນຂໍ້ມູນດ້ານພາສີ, ເພີ່ມທະວີການຮ່ວມມືໃນຂົງເຂດການຕິດຕາມກວດກາພາສີ, ຕໍ່ສູ້ຕ້ານອາດສະຍາກຳຂ້າມຊາດ, ຕ້ານການຄ້າເຖື່ອນ ແລະ ສໍ້ໂກງດ້ານການຄ້າ ໃນນັ້ນ, ຖືເປັນສຳຄັນການຕ້ານການຂົນຍ້າຍ ແລະ ການທຳການຜະລິດທີ່ຜິດກົດໝາຍ ເພື່ອແນໃສ່ຊຸກຍູ້ການສ້າງຄວາມສະດວກດ້ານການຄ້າທີ່ຖືກຕ້ອງຕາມກົດໝາຍ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ພະນັກງານພາສີດ້ານວິຊາສະເພາະ. ພິເສດ, ດ້ວຍບົດຮຽນໃນການຜັນຂະຫຍາຍຜົນສຳເລັດທາງດ້ານກົນໄກປະຕູດຽວແຫ່ງຊາດ ຂອງອາເມລິກາ, ອົງການພາສີ ອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ເພື່ອໃຫ້ຫວຽດນາມສາມາດທາບທາມຄົ້ນຄ້ວາເພື່ອນຳໃຊ້. ສອງຝ່າຍເປັນເອກະພາບຢ່າງຕັ້ງໜ້າໃນການກຽມພ້ອມຜັນຂະຫຍາຍຢ່າງມີປະສິດທິຜົນ ພາຍຫຼັງທີ່ໄດ້ລົງນາມ ສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນແລະກັນໃນຂົງເຂດດ້ານພາສີ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top