ວັນທີ 06 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ (ອາເມລິກາ) ໄດ້ຈັດວາລະປຶກສາຫາລືລວມປະຈຳປີຂອງຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ (ຄະນະກຳມະການ 3) ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81.
ໂດຍຕາງໜ້າໃຫ້ບັນດາປະເທດ ອາຊຽນ, ກ່າວຄຳເຫັນໃນຫົວຂໍ້ກ່ຽວກັບການພັດທະນາສັງຄົມ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າ ໃນປີທຳອິດທີ່ຜັນຂະຫຍາຍການປະຕິບັດວິໄສທັດ ອາຊຽນ 2045, ອາຊຽນ ພວມຊຸກຍູ້ວິທີເຂົ້າເຖິງຢ່າງຮອບດ້ານ ແລະ ຕິດພັນກວ່າສຳລັບການພັດທະນາສັງຄົມ, ຖືເປັນສຳຄັນການປັບປຸງການຮັບປະກັນຊີວິດສັງຄົມ, ຮັດແຄບຊ່ອງຫວ່າງດີຈີຕອນ... ພ້ອມກັນນັ້ນ, ທ່ານກໍ່ຢືນຢັນວ່າ ອາຊຽນ ສືບຕໍ່ສົມທົບກັບສະຫະປະຊາຊາດຢ່າງແໜ້ນແຟ້ນໃນຂອບເຂດແຜນການກະທຳ ອາຊຽນ -ສະຫະປະຊາຊາດ ໄລຍະ 2026-2030, ປະກອບສ່ວນນຳບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາສັງຄົມໃຫ້ກາຍເປັນບັນດາໝາກຜົນລະອຽດ, ຍືນຍົງ, ນຳມາເຊິ່ງການຫັນປ່ຽນຢ່າງແທດຈິງໃນຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນກຸ່ມທີ່ມີຄວາມສ່ຽງສູງ.
ໃນວັນດຽວກັນ, ເມື່ອກ່າວຄຳເຫັນດ້ວຍຖານະປະເທດ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ໄດ້ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືປະຊາຊົນເປັນໃຈກາງຂອງການພັດທະນາ, ຕິດພັນລະຫວ່າງການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ ແລະ ການຍົກສູງຄຸນນະພາບບັນດາການບໍລິການສັງຄົມ.






