• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ມາເລເຊຍ ເພີ່ມທະວີການຮ່ວມມືຮອບດ້ານ

      ໂດຍຮັບຄຳເຊີນຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິ່ງ, ວັນທີ 27 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ Anifah Aman ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຫວຽດນາມ ແລະ ມາເລເຊຍ ເພີ່ມທະວີການຮ່ວມມືຮອບດ້ານ
(ພາບ: mofa.gov.vn)
      ແລະ ພ້ອມກັບ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິ່ງ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 5 ຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ-ມາເລເຊຍ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ການພົວພັນແລກປ່ຽນປະຊາຊົນ, ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ ແລະ ຄົ້ນຄວ້າເປີດກວ້າງບັນດາຮູບການຮ່ວມມືລະຫວ່າງສອງພັກກຳອຳນາດ.
        ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ແລະ ເປີດກວ້າງການແລກປ່ຽນສິນຄ້າ, ສ້າງເງື່ອນໄຂໃຫ້ບັນດານັກລົງທຶນສອງປະເທດຮ່ວມມືດຳເນີນທຸລະກິດ. ສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ ກຸ່ມບໍລິສັດນໍ້າມັນອາຍແກັສຫວຽດນາມ ແລະ ກຸ່ມບໍລິສັດນໍ້າມັນອາຍແກັສ ມາເລເຊຍ Petronas ເພີ່ມທະວີຊອກຫາກາລະໂອກາດຮ່ວມມືນຳກັນ ແລະ ກັບປະເທດທີ ສາມ.
        ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເຈລະຈາ ແລະ ລົງນາມໃນ ບັນດາສັນຍາຮ່ວມມືກ່ຽວກັບ ການຕ້ານການຄ້າມະນຸດ, ສັນຍາວ່າດ້ວຍການມອບ-ສົ່ງຄົນທີ່ຖືກຕັດສິນຈຳຄຸກ, ເພື່ອເຮັດໃຫ້ສຳເລັດໃນຂອບເຂດກົດໝາຍໃນການຕໍ່ສູ້ຕ້ານອາດຊະຍາກຳໂດຍໄວ.
ສອງຝ່າຍສືບຕໍ່ສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນ ອາຊຽນ ແລະ ສະຫະປະຊາຊາດ. ສອງຝ່າຍຖືວ່າ ຕ້ອງຊຸກຍູ້ເພີ່ມທະວີຄວາມສາມັກຄີ ແລະ ຮັກສາບົດບາດລວມສູນຂອງ ອາຊຽນ ໃນໂຄງສ້າງປ້ອງກັນຄວາມສະຫງົບໃນພາກພື້ນ, ໃຫ້ຄຳເໝັ້ນສັນຍາ ຈະເພີ່ມທະວີການປຶກສາຫາລືເພື່ອສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເປັນເສລີພາບການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ; ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈ, ບໍ່ຂົ່ມຂູ່ດ້ວຍກຳລັງອາວຸດ ຫຼື ນໍາໃຊ້ກຳລັງອາວຸດ, ເຄົາລົບວິວັດທະນາການດ້ານການທູດ, ກົດໝາຍຢ່າງຄົບຖ້ວນ, ແກ້ໄຂການແກ່ງແຍ້ງກັນດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ສອງຝ່າຍຢືນຢັນ ຄືນໃໝ່ເຖິງການສະໜັບສະໜູນສຳລັບເລື່ອງຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິທິຜົນ, ມີຄຸນຄ່າຜູກມັດດ້ານກົດໝາຍໂດຍໄວ.
        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ Anifah Aman ຢູ່ຫ້ອງວ່າການສຳນັກງານນາຍົກ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top