ໜ້າສົນໃຈແມ່ນ ຫວຽດນາມ ນອນໃນກຸ່ມ 10 ພື້ນຖານເສດຖະກິດມີລະດັບການປັບປຸງຄະແນນ TTDI ຫຼາຍສຸດໄລຍະ 2024 – 2026. ຄະແນນຂອງ ຫວຽດນາມ ເພີ່ມ 6,3%, ຢືນອັນດັບທີ 2 ໃນກຸ່ມນີ້, ຖັດຈາກ Albania ດ້ວຍການເພີ່ມຂຶ້ນແມ່ນ 7%.
TTDI ຕີລາຄາບັນດາປັດໄຈ ແລະ ນະໂຍບາຍສ້າງພື້ນຖານໃຫ້ການພັດທະນາແບບຍືນຍົງ, ການມີຄວາມສາມາດຮັບມືຂອງຂະແໜງທ່ອງທ່ຽວ ແລະ ການເດີນທາງ. ດັດຊະນີບໍ່ໄດ້ວັດແທກຈຳນວນແຂກທ່ອງທ່ຽວ, ລະດັບການໃຊ້ຈ່າຍ ຫຼື ລາຍຮັບຂອງການທ່ອງທ່ຽວໂດຍກົງ, ຫາກຍັງໄດ້ສຸມໃສ່ບັນດາເງື່ອນໄຂຊ່ວຍໃຫ້ສະຖານທີ່ປາຍທາງມີຄວາມສາມາດດຶງດູດ, ຮັບໃຊ້ ແລະ ຮັກສາການເຄື່ອນໄຫວທ່ອງທ່ຽວໃນໄລຍະຍາວ.







