• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງເວທີປາໄສ “ຂອບອ້ອມ ແລະ ແລວທາງ”

      ໃນໄລຍະເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ ຂອບອ້ອມ ແລະ ແລວທາງ”, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານເລຂາທິການໃຫຍ່, ປະເທດປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ເບລາຣຸດ Aleksander Lukashenko, ທ່ານປະທານາທິບໍດີ ຈີເລ Michelle Bachelet, ທ່ານນາຍົກລັດຖະມົນຕີ ອີຕາລີ Paolo Gentiloni, ທ່ານປະທານາທິບໍດີ ອັກຊັງຕີງ Mauricio Macri, ຜູ້ທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi.

ການນຳປະເທດຕ່າງໆເຂົ້າຮ່ວມກອງປະຊຸມ
(ພາບ: vietnam+)
      ທີ່ການພົບປະກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ 2 ຝ່າຍ ສືບຕໍ່ເພີ່ມທະວີຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສ ອາຊຽນ, ພາກພື້ນ, ສາກົນ ແລະ ບັນດາກົນໄກອະນຸພາກພື້ນ, ເຮັດໃຫ້ວິວັດທະນາການຮ່ວມມື, ຮ່ວມສຳພັນຂອງປະຊາຄົມ ອາຊຽນ ເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີຄວາມສາມັກຄີ, ເຫັນດີເຫັນພ້ອມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ.
        ໃນການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ. ການນຳ 2 ທ່ານປາດຖະໜາຢາກຮັກສາທ່າພັດທະນາການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ, ພະລັງງານ, ປ້ອງກັນຊາດ, ເຫັນດີຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບຢ່າງຕັ້ງໜ້າ ຊ່ວຍເພີ່ມທະວີການແລກປ່ຽນການຄ້າ, ການບໍລິການ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ, ໃນນັ້ນມີລັດເຊຍ.
        ທີ່ການພົບປະກັບທ່ານປະທານາທິບໍດີ ເບລາຣຸດ Aleksander Lukashenko, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ 2 ຝ່າຍຍູ້ແຮງການຮ່ວມມືເສດຖະກິດ -ການຄ້າ, ພັດທະນາການຮ່ວມມືໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ.
        ໃນການເຮັດວຽກກັບ ທ່ານປະທານາທິບໍດີ ຈີເລ Michelle Bachelet, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບ ຈີເລ, ສະເໜີໃຫ້ 2 ປະເທດສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ 2 ປະເທດສຳພັດກັບຕະຫຼາດ, ສ້າງຕັ້ງການພົວພັນຮ່ວມມື ແລະ ການໜູນຊ່ວຍກັນຊາບຊຶມເຂົ້າຕະຫຼາດ ອາຊີ ຕາເວັນອອກສ່ຽງໃຕ້ ແລະ ອາເມລິກາ ລາຕີງ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top