ນັບແຕ່ວັນທີ 15 ມີນາ, ແຂກທ່ອງທ່ຽວສາກົນສາມາດມາທ່ຽວ ຫວຽດນາມ ຜ່ານທາງບົກ, ທາງທະເລ ແລະ ທາງການອາກາດ. ຂໍ້ກຳນົດກ່ຽວກັບການເຂົ້າເມືອງ ແມ່ນອີງໃສ່ຄຳແນະນຳຫຼ້າສຸດຂອງກະຊວງສາທາລະນະສຸກ, ປະຕິບັດລວມໃຫ້ທຸກກໍລະນີ, ບໍ່ມີຂໍ້ກຳນົດສະເພາະໃຫ້ແກ່ແຂກທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ກໍໄດ້ສະເໜີໃຫ້ທ້ອງຖິ່ນຕ່າງໆເປີດປະຕູການເຄື່ອນໄຫວທ່ອງທ່ຽວຄືນໃໝ່, ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວຕາມລະດັບຂອງໂລກລະບາດ. ແຂກທ່ອງທ່ຽວ ຫວຽດນາມ ສາມາດໄປທ່ຽວຕ່າງປະເທດ ແຕ່ຕ້ອງຮັບປະກັນຂໍ້ກຳນົດຕ່າງໆຂອງ ຫວຽດນາມ ແລະ ສະຖານທີ່ທ່ອງທ່ຽວຢູ່ຕ່າງປະເທດ.