ແຕ່ວັນທີ 15-19 ມິຖຸນາ, ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ, ເຂົ້າຮ່ວມງານວາງສະແດງອາວຸດທະຫານບົກ Eurosatory 2026 ຢູ່ ຝລັ່ງ, ຕາມຄຳເຊີນຂອງກະຊວງກອງທັບ ແລະ ນັກຮົບເກົ່າ ຝລັ່ງ. ງານວາງສະແດງປີນີ້ໄດ້ເຕົ້າໂຮມການເຂົ້າຮ່ວມຂອງຄະນະທາງການກວ່າ 300 ຄະນະ ທີ່ມາຈາກເກືອບ 100 ປະເທດ ແລະ ວິສາຫະກິດປ້ອງກັນຊາດເກືອບ 2.000 ແຫ່ງມາຈາກກວ່າ 60 ປະເທດເຂົ້າຮ່ວມການວາງສະແດງ.
ທີ່ງານວາງສະແດງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ແນະນຳພື້ນຖານອຸດສາຫະກຳປ້ອງກັນຊາດຂອງ ຫວຽດນາມ ກັບບັນດາປະເທດ ແລະ ພົບປະແລກປ່ຽນການຮ່ຳຮຽນ, ແລກປຽນບົດຮຽນໃນວຽກງານຈັດຕັ້ງ, ກະກຽມໃຫ້ແກ່ງານວາງສະແດງປ້ອງກັນຊາດ ຫວຽດນາມ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນ ທັນວາ 2026. ເມື່ອໄປຢ້ຽມຢາມເຂດວາງສະແດງອຸດສາຫະກຳປ້ອງກັນຊາດຂອງບັນດາປະເທດ, ທ່ານຮອງລັດຖະມົນຕີ ຫງວຽນເຈື່ອງທັງ ໄດ້ຊອກຮູ້ທ່າອ່ຽງພັດທະນາໃໝ່ກ່ຽວກັບອຸປະກອນເຕັກນິກການທະຫານ, ເຕັກໂນໂລຊີປ້ອງກັນຊາດທີ່ກ້າວໜ້າ ແລະ ບັນດາມາດຕະການນຳໃຊ້ຮັບໃຊ້ການສູ້ຮົບທີ່ທັນສະໄໝ…; ພ້ອມກັນນັ້ນ, ກໍ່ສະເໜີບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືລະຫວ່າງ Airbus, UNAC ແລະ ບັນດາບໍລິສັດອຸດສາຫະກຳປ້ອງກັນຊາດໃຫຍ່ຂອງ ຝລັ່ງ ກັບ ຫວຽດນາມ.
ສ່ວນຜູ້ຕາງໜ້າບັນດາວິສາຫະກິດເນັ້ນໜັກວ່າ ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ແມ່ນໂອກາດເພື່ອແນະນຳໂຄສະນາຜະລິດຕະພັນ, ຊອກຫາ, ເປີດກວ້າງ, ຊຸກຍູ້ການຮ່ວມມືກັບບັນດາອົງການ, ວິສາຫະກິດອຸດສາຫະກຳປ້ອງກັນຊາດ ຫວຽດນາມ, ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຈະເປີດກວ້າງການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ, ໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີລັກສະນະຍຸດທະສາດ.







