• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນເຈົ້າການຫລຸດຜ່ອນຜົນກະທົບຈາກຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ

      ນະໂຍບາຍອາລັກຂາການຄ້າຂອງ ອາເມລິກາ ແລະ ປະເທດຕ່າງໆ, ພິເສດສຳລັບສິນຄ້ານຳເຂົ້າຈາກ ຈີນ, ແລະ ການເໜັງຕີງລາຄາສິນຄ້າພື້ນຖານ, ພະລັງງານຈະສົ່ງຜົນສະທ້ອນເຖິງການເຕີບໂຕຂອງເສດຖະກິດ ຫວຽດນາມ.
ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ  ເຖິງວ່າຍັງບໍ່ທັນແມ່ນບັນດາຜົນກະທົບໂດຍກົງກໍ່ຕາມ ແຕ່ຕ້ອງມີສະຕິລະມັດລະວັງທີ່ສຸດຕໍ່ຜົນກະທົບຕ່ອງໂສຕາມແບບ “domino” ເຊິ່ງຄວາມເຄັ່ງຕຶງດ້ານການຄ້ານີ້ອາດຈະນຳມາ. ທີ່ກອງປະຊຸມຖະແຫຼງຂ່າວຂອງລັດຖະບານປະຈຳເດືອນ ກໍລະກົດ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັງຫາຍ ໃຫ້ຮູ້ວ່າ:
        “ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 31/2018 ໄດ້ກຳນົດລະອຽດໃນກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດກ່ຽວກັບຕົ້ນກຳເນີດສິນຄ້າ ແລະ ດຳລັດສະບັບນີ້ ກໍ່ກຳນົດກ່ຽວກັບຕົ້ນກຳເນີດສິນຄ້າສົ່ງອອກ, ນຳເຂົ້າ ແລະ ຈັດວາງຕໍ່ນັກທຸລະກິດ, ອົງການຈັດຕັ້ງສາກົນ, ບຸກຄົນອື່ນໆສຳລັບດຳລັດນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຍົກອອກຄຳສັ່ງແນະນຳການປະຕິບັດ. ປະຈຸບັນ ພວກຂ້າພະເຈົ້າກໍ່ໄດ້ໃຫ້ສັດຕະຍາບັນບັນດາກິດຈະກຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການໃຫ້ສັດຕະຍາບັນແຜນການຕໍ່ສູ້ປ້ອງກັນ, ຕ້ານການລະເມີດໃນການຜະລິດດຳເນີນທຸລະກິດສິນຄ້າ ”
        ນອກຈາກບັນດາມາດຕະການດັ່ງກ່າວ, ຫວຽດນາມ ກໍ່ຄວນສືບຕໍ່ຍູ້ແຮງການພັດທະນາອຸດສາຫະກຳການປຸງແຕ່ງປະດິດສ້າງ, ສຸມໃສ່ໃຫ້ແກ່ການສົ່ງອອກກ່ວາອີກ ເພື່ອຊອກຫາຕະຫລາດ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top