• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມການເຈລະຈາທົ່ວໂລກ CSIS 2019 ຢູ່ ອິນໂດເນເຊຍ

      ວັນທີ 16 ກັນຍາ, ພິທີໄຂການສົນທະນາທົ່ວໂລກ 2019 ໄດ້ຖືກສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ແລະ ສະພາຮ່ວມມືເສດຖະກິດປາຊີຟິກ (PECC) ສົມທົບກັນຈັດຕັ້ງຂຶ້ນ ຢູ່ນະຄອນ Jakarta, ປະເທດ ອິນໂດເນເຊຍ. 

ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ ເປັນຫົວໜ້າ (ພາບ: TTXVN)
      ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ, ທີ່ປຶກສາຂັ້ນສູງ ສະຖາບັນການຕ່າງປະເທດ, ຮອງປະທານຄະນະກໍາມະການແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມືເສດຖະກິດ ປາຊີຟິກ (VNCPEC) ນໍາໜ້າ.
        ດ້ວຍຫົວຂໍ້ວ່າ “ໝູນໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າ ເພື່ອກໍານົດທິດໂຄງສ້າງຂອງປະເທດ, ພາກພື້ນ ແລະ ທົ່ວໂລກ”, ການສົນທະນາທົ່ວໂລກ CSIS 2019 ລວມມີ 3 ວາລະປະຊຸມຄົບຄະນະ ແລະ ຫຼາຍວາລະປຶກສາຫາລືລົງເລິກສະເພາະຂະແໜງ, ໂດຍສຸມໃສ່ 4 ຫົວຂໍ້ຕົ້ນຕໍຄື: ສະພາບການໜູນໃຊ້ເຕັກໂນໂລຢີ; ຜົນກະທົບຂອງເຕັກໂນໂລຢີຕໍ່ການເພີ່ມສະມັດຕະພາບການອອກແຮງງານ ແລະ ແກ້ໄຂບັນດາບັນຫາເສດຖະກິດ-ສັງຄົມ; ວິທີສໍາຜັດແບບໃໝ່ສໍາລັບນະໂຍບາຍເສດຖະກິດ ແລະ ການບໍລິຫານ; ຊຸກຍູ້ການຮ່ວມມື ແລະ ເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ເພື່ອແນໃສ່ສ້າງບັນດານະໂຍບາຍພັດທະນາເຕັກໂນໂລຢີໃນອະນາຄົດ. ຈຸດພົ້ນເດັ່ນຂອງກອງປະຊຸມປີນີ້ ແມ່ນການປະກົດຕົວຂອງ Sophia - ຫຸ່ນຍົນທໍາອິດໃນປະຫວັດສາດ ທີ່ໄດ້ຮັບສິດພົນລະເມືອງເໝືອນດັ່ງມະນຸດເຮົາ ດ້ວຍຖານະເປັນໜຶ່ງໃນບັນດານັກປະຖະກະຖາຫຼັກແຫຼ່ງຂອງກອງປະຊຸມ.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top