• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບ APEC ຢູ່ສະຖາບັນ ອາເມລິກາ - ອາຊີ

      ທີ່ສຳນັກງານສະພາແຫ່ງຊາດ ອາເມລິກາ, ຫາກໍ່ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໂດຍສະຖາບັນອາເມລິກາ - ອາຊີ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ແລະ ກຸ່ມສະພາແຫ່ງຊາດອາເມລິກາ ກ່ຽວກັບ APEC ແລະ ອາຊຽນ ຈັດຕັ້ງ. 

ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ກ່າວຄຳເຫັນທີ່ພິທີ
(ພາບ: Vietnam+) 
      ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ຕີລາຄາວ່າ ພາກພື້ນ ອາຊີ - ປາຊີຟິກ ພວມມີບັນດາການຜັນແປຢ່າງເລິກເຊິ່ງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການນັ້ນ, ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ເລືອກຫົວຂໍ້ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ເພື່ອແນໃສ່ຊອກຫາ ແລະ ຜັນຂະຫຍາຍບັນດາຂໍ້ສະເໜີ, ຂໍ້ລິເລີ່ມໃຫມ່ ເພື່ອຊຸກຍູ້ການເຕີບໂຕ, ເປີດກ້ວາງການລົງທຶນ, ການຄ້າ, ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ. ຫວຽດນາມ ໄດ້ຕັ້ງໜ້າຮ່ວມມືກັບບັນດາພື້ນຖານເສດຖະກິດສະມາຊິກ ແລະ ປະຊາຄົມວິສາຫະກິດເພື່ອເດີນຕາມບັນດາເປົ້າໝາຍລວມນີ້ນັບແຕ່ຕົ້ນປີ 2017 ແລະ ມາຮອດປະຈຸບັນບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ມາຮອດປະຈຸບັນ, ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມເກືອບ 200 ຄັ້ງໃນ 4 ຂົງເຂດບຸລິມະສິດໃຫຍ່. ນີ້ແມ່ນປະຖົມປັດໄຈສຳຄັນ, ກະກຽມໃຫ້ແກ່ການຈັດຕັ້ງສັບປະດາຂັ້ນສູງ APEC ໃນເດືອນພະຈິກຈະມາເຖິງໃຫ້ປະສົບຜົນສຳເລັດ ແລະ ວາງອອກທິດທາງການພັດທະນາໃຫ້ແກ່ APEC ແລະ ພາກພື້ນ ໃນອະນາຄົດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top