• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G20

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​
ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນແຖວ​ໜ້າ​ໂລກ (G20)
(ພາບ: TTXVN)
          ຕອນ​ຄ່ຳ​ວັນ​ທີ 16/02 (ຕາມ​ເວລາ ຫວຽດນາມ), ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນແຖວ​ໜ້າ​ໂລກ (G20) ຖືກ​ໄຂ​ຂຶ້ນ​ທີ່​ສູນ​ກອງ​ປະຊຸມ​ສາກົນ​ຢູ່​ນະຄອນ Bonn ຂອງ ​ເຢຍລະ​ມັນ. ທ່ານ​ຮ​ອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ດ້ວຍ​ຖານະ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ເຈົ້າ​ພາບ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) 2017.
        ຕອນ​ບ່າຍ​ວັນ​ທີ 16/02, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື “​ໂຄງການ​ດຳ​ເນີນ​ງານ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ”. ດ້ວຍ​ສານ​ທີ່​ວ່າ “​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ເປົ້າ​ໝາຍ​ຂອງ​ໂຄງການ​ດຳ​ເນີນ​ງານ 2030”, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ​ເນັ້ນ​ໜັກ​ວ່າ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ​ເປົ້າ​ໝາຍ​ຂອງ​ໂຄງການ​ດຳ​ເນີນ​ງານ 2030 ດ້ວຍ​ບັນດາ​ແຜນການ, ມາດ​ຕະການຢ່າງ​ລະອຽດ; ສະ​ເໜີ​ບັນດາ​ປະ​ເທດ G20 ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ດ້ວຍ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017, ຫວຽດນາມ ພວມ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ມານະ​ພະຍາຍາມ​ຊຸກຍູ້​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ກວມ​ລວມ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top