• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັກສາທ່າເຕີບໂຕເສດຖະກິດໃນສະພາບເກີດໂລກລະບາດໂຄວິດ-19

      ທ່ານນາງລັດຖະມົນຕີການເງິນອິນໂດເນເຊຍ Sri Mulyani Indrawati ຊີ້ແຈ້ງວ່າ, ໄລ່ມາຮອດຈຸດເວລານີ້, ໃນທົ່ວໂລກມີພຽງແຕ່ 2 ປະເທດທີ່ສາມາດຮັກສາ ທ່າເຕີບໂຕເສດຖະກິດທີ່ຕັ້ງໜ້າໃນໄລຍະເກີດໂລກລະບາດໂຄວິດ-19, ນັ້ນແມ່ນຫວຽດນາມ ແລະ ຈີນ.

ທ່ານນາງລັດຖະມົນຕີການເງິນອິນໂດເນເຊຍ Sri Mulyani Indrawati
(ພາບ: Tempo)
      ວັນທີ 24 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຂອງລັດຖະບານອິນໂດເນເຊຍ, ທ່ານນາງລັດຖະມົນຕີການເງິນອິນໂດເນເຊຍ Sri Mulyani Indrawati ຊີ້ແຈ້ງວ່າ, ໄລ່ມາຮອດຈຸດເວລານີ້, ໃນທົ່ວໂລກມີພຽງແຕ່ 2 ປະເທດທີ່ສາມາດຮັກສາ ທ່າເຕີບໂຕເສດຖະກິດທີ່ຕັ້ງໜ້າໃນໄລຍະເກີດໂລກລະບາດໂຄວິດ-19, ນັ້ນແມ່ນຫວຽດນາມ ແລະ ຈີນ. ທ່ານນາງ Sri Mulyani Indrawati ໃຫ້ຮູ້ວ່າ, ໄຕມາດທີ 2 ປີ 2020 ແມ່ນຈຸດເວລາທີ່ບັນດາປະເທດຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຮ້າຍແຮງທີ່ສຸດຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ, ແຕ່ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຕົວໄດ້. ທ່ານນາງ Sri Mulyani Indrawati ຖືວ່າ, ເລື່ອງລັດຖະບານຫວຽດນາມ ສາມາດຄວບຄຸມໂລກລະບາດໄດ້ນັ້ນ ເປັນການຊ່ວຍໃຫ້ປະເທດນີ້ຮັກສາທ່າເຕີບໂຕເປັນບວກໃນປີ 2020, ໃນຂະນະທີ່ບັນດາປະເທດຢູ່ທະວີບອາເມລິກາ ແລະ ເອີລົບ ໄດ້ຮັບການຄາດຄະເນວ່າຈະເຕີບໂຕເປັນລົບໃນປີ 2020 ນີ້.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top