• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີການກຳນົດທິດທາງຈຳນວນໜຶ່ງກ່ຽວກັບການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ທ່ານນາງ ຫງວຽນມິນຮັ່ງ ໄດ້ສະເໜີບັນດາກຳນົດທິດ ການຮ່ວມມືຈຸດສຸມເພື່ອພັດທະນາລະບົບນິເວດ ຮາລານ ທົ່ວໂລກ, ຄື: ສ້າງມາດຕະຖານ ແລະ ລະບົບການຮັບຮອງ ຮາລານ ໃຫ້ມີຄວາມປະສົມກົມກຽວ
  (ພ​າບ​ປະ​ກອບ: VNA)  

ແຕ່ວັນທີ 24 ຫາ 25 ພະຈິກ, ຢູ່ Istanbul, ​ຕວັກ​ກີ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ນຳພາຄະນະຜູ້ແທນຫຼາຍ​ຂະ​ແໜງ​ການ ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຂັ້ນ​ສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກ​ຍູ້ການຮ່ວມມື ຮາລານ ກັບ ຕວັກ​ກີ.

ກ່າວຄຳເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ໄດ້ສະເໜີບັນ​ດາ​ກຳ​ນົດທິດ ການຮ່ວມມື​ຈຸດ​ສຸມເພື່ອພັດທະນາລະບົບນິເວດ ຮາລານ ທົ່ວໂລກ, ຄ​ື: ສ້າງ​ມາດ​ຕະ​ຖານ​ ແລະ ລະບົບການຮັບຮອງ ຮາລານ ໃຫ້​​ມີ​ຄວາມປະ​ສົ​ມ​ກົມ​ກຽວ; ເພີ່ມມະ​ວີ​ການເຊື່ອມຕໍ່ການຄ້າ, ການລົງທຶນ ແລະ ຍົກ​ສູງ​ທີ່​ຕັ້ງ​ຂອງວິ​ສາ​ຫະ​ກິດ​ໃນ​ລະ​ບົບ​ມູນ​ຄ່າ ຮາລານ; ການພັດທະນາ​ແຫຼ່ງຊັບພະຍາກອນມະນຸດ ຮາລານ...

ທ່ານ​ນາງ ຫງວຽນ​ມິນ​ຮັ່ງ, ສະ​ເໜີ​ໃຫ້​ບັນ​ດາຄູ່ຮ່ວມ​ມື​ໜູນ​ຊ່ວຍການພັດ​ທະ​ນາ​ລະ​ບົບນິເວດ ຮາລານ, ສ້າງເງື່ອນໄຂເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດນາມ ເຂົ້າ​ຮ່ວມ​ລະ​ບົບຕ່ອງໂສ້ມູນຄ່າ ຮາລານ ທົ່ວໂລກຢ່າງ​ເລິກ​ເຊິ່ງກວ່າ, ​ພ້ອມ​ກັນ​ນັ້ນ​ກໍ່​ຊົມ​ເຊີ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​​ທີ່ມາ​ລົງ​ທຶນໃນຂົງເຂດ​ດັ່ງ​ກ່າວ​ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສາ​ກົນ CLMV-12 ແລະ ACMECS-11: ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຮ່ວມ​ມື​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

ກອງ​ປະ​ຊຸມ​ສາ​ກົນ CLMV-12 ແລະ ACMECS-11: ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຮ່ວມ​ມື​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

ບັນ​ດາ​ປະ​ເທດ​ລ​ວ້ນ​ມີ​ຄວາມ​ປາດ​ຖະ​ໜາ​ ແລະ ມຸ່ງ​ຫວັງ​ແມ່ນ​ສອງກອງ​ປະ​ຊຸມ​ສຸດຍອດ​ນີ້​ຈະ​ເປັນ​ເອ​ກະ​ພາບ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃໝ່ ແລະ ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ ທັງ​ເນື້ອ​ໃນ​ບຸ​ລິ​ມະ​ສິ​ດ​ການຮ່ວມ​ມື

Top