• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນມີຊາວຫວຽດນາມ ຄົນໜຶ່ງທີ່ກັບມາຈາກ ອັງໂກລາ ຖືກຕິດເຊື້ອໂຄວິດ - 19

      ຕາມຂ່າວໃນເວລາ 18 ໂມງຂອງວັນທີ 28 ຕຸລາ ຈາກ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນມີຊາວຫວຽດນາມ ຄົນໜຶ່ງ ທີ່ກັບມາຈາກ ອັງໂກລາ ຖືກຕິດເຊື້ອໂຄວິດ - 19.
            ປັດຈຸບັນ, ຜູ້ຕິດເຊື້ອໂຄວິດ - 19 ຄົນດັ່ງກ່າວ ພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງ ບັກນິງ ແລະ ມີອາການສຸຂະພາບເປັນປົກກະຕິ.
        ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວຫາຍດີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.062 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1.173 ຄົນ, ມີຜູ້ເສຍຊີວິດ 35 ຄົນ. ເປັນອັນວ່າ ຜ່ານ 56 ມື້ແລ້ວ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top