• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນບົດບາດຂອງສະພາແຫ່ງຊາດ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມ IPU 147 ນັ້ນແມ່ນ “ການກະທຳລັດຖະສະພາ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ບັນດາລະບອບລະບຽບການທີ່ໝັ້ນຄົງເຂັ້ມແຂງ” ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs).
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN )

ໃນຂອບເຂດລາຍການຂອງສະມັດຊາໃຫຍ່ ຄັ້ງທີ 147 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງສະຫະພັນລັດຖະສະພາສາກົນ (IPU), ທີ່ຈັດຂຶ້ນໃນລະຫວ່າງວັນທີ 23 – 27 ຕຸລາ, ຢູ່ນະຄອນຫຼວງ Luanda ຂອງປະເທດ Angola, ວັນທີ 25 ຕຸລາ, ທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມວາລະປຶກສາຫາລືທີ່ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່.

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ  ຫງວຽນຄັກດິ້ງ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມ IPU 147 ນັ້ນແມ່ນ “ການກະທຳລັດຖະສະພາ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ບັນດາລະບອບລະບຽບການທີ່ໝັ້ນຄົງເຂັ້ມແຂງ” ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງ 37 ປີໄດ້ດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ (1986), ຫວຽດນາມ ບັນລຸໄດ້ຫຼາຍຜົນງານສຳຄັນໃນການພັດທະນາ ແລະ ການຫລຸດຜ່ອນຄວາມທຸກຍາກ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ແບ່ງປັນເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງ ຫວຽດນາມ, ຢັ້ງຢືນວ່າສະພາແຫ່ງຊາດ ຫວຽດນາມ, ດ້ວຍທີ່ຕັ້ງບົດບາດເປັນອົງການນິຕິບັນຍັດແຫ່ງລັດສູງສຸດ, ມີບົດບາດສຳຄັນພິເສດໃນການປະຕິຮູບລະບອບລະບຽບການຂອງປະເທດຊາດ ແລະ ຕິດຕາມກວດກາສູງສຸດ, ຈາກນັ້ນ, ກໍ່ຮັບປະກັນການປະຕິບັດບັນດາຍຸດທະສາດພັດທະນາແບບຍືນຍົງ.

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ຍົກອອກບາງຂໍ້ສະເໜີແນະ ສຳລັບລັດຖະສະພາບັນດາປະເທດ ແລະ IPU ພ້ອມກັນຮ່ວມມືເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະທາງທີ່ຍັງເຫຼືອ.

(ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.

Top