• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມອບ-ຮັບກິດຈະກໍາສາງໃຊ້ສະເພາະການເກັບຮັກສາເອກະສານ ໃຫ້ພັກປະຊາຊົນປະຕິວັດລາວ

ນີ້ແມ່ນກິດຈະກໍາທີ່ມີີຄວາມໝາຍທີີ່ສຸດ, ໄດ້ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ອາລົມຈິດຂອງຫ້ອງວ່າການສູນກາງພັກສອງປະເທດ, ພິເສດແມ່ນສະແດງໃຫ້ເຫັນການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ພິທີມອບ-ຮັບ ແລະ ຕັດແຖບຜ້າເປີດສະຫຼອງກິດຈະກໍາສາງໃຊ້ສະເພາະການເກັບຮັກສາເອກະສານ
ໃຫ້ແກ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ
ນີ້ແມ່ນກິດຈະກໍາທີ່ມີີຄວາມໝາຍທີີ່ສຸດ, ໄດ້ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ ແລະ ອາລົມຈິດຂອງຫ້ອງວ່າການສູນກາງພັກສອງປະເທດ, ພິເສດແມ່ນສະແດງໃຫ້ເຫັນການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ເມື່ອກິດຈະກໍາດັ່ງກ່າວໄດ້ນໍ້າເຂົ້າໃຊ້ງານ ຈະແມ່ນບ່ອນເກັບຮັກສາເອກະສານສໍາເນົາແບບຖາວອນ, ພ້ອມທັງແມ່ນບ່ອນຂຸດຄົ້ນ, ນໍາໃຊ້ເອກະສານຂອງສູນກາງພັກປະຊາຊົນປະຕິວັດລາວ; ສາງເກັບຮັກສາເອກະສານດັ່ງກ່າວ ໄດ້ຕິດຕັ້ງເຄື່ອງອຸປະກອນທັນສະໄໝຢ່າງຄົບຊຸດ.  
(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top