ກ່ອນທີ່ກອງປະຊຸມຄັ້ງທີ 11 ສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT), ໃນອາທິດຜ່ານມາ, ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຜູ້ປະຈຳການຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ປະທານ ໂດຍໄດ້ຮັບການບົ່ງຕົວຂອງກອງປະຊຸມ, ມີການພົບປະ, ແລກປ່ຽນກັບຊື່ມວນຊົນສາກົນ.
ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 11 ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ ໃນສະພາບຄວາມໝັ້ນຄົງທົ່ວໂລກສືບຕໍ່ມີການຜັນແປຢ່າງສັບສົນ. ຫວຽດນາມ ພ້ອມແລ້ວທີ່ຈະຮັບບົດບາດປະທານສະພາສຳຫຼວດກວດກາ NPT ຄັ້ງທີ 11. ໃນຂົງເຂດບໍ່ເຜີຍແຜ່ອາວຸດນິວເຄຼຍ, ທ່ານຢືນຢັນສິດເຂົ້າເຖິງເຕັກໂນໂລຊີນິວເຄຼຍເພື່ອຈຸດປະສົງສັນຕິພາບຂອງບັນດາປະເທດ ແມ່ນຕ້ອງໄດ້ຮັບການຮັບປະກັນ, ສອດຄ່ອງກັບບັນດາມາດຕະຖານຄວາມປອດໄພ, ຄວາມໝັ້ນຄົງ ແລະ ບໍ່ເຜີຍແຜ່.








