ທ່ານ Todd Blanche ໃຫ້ຮູ້ວ່າ ເບິ່ງຄືວ່າ ຜູ້ຖືກສົງໄສແນໃສ່ບັນດາຜູ້ເຮັດວຽກໃນອຳນາດການປົກຄອງ, ໃນນັ້ນລວມມີທັງປະທານາທິບໍດີ.
ທ່ານ Todd Blanche, ຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ ໃຫ້ຮູ້ວ່າ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພ້ອມກັບບັນດາເຈົ້າໜ້າທີ່ໃນອຳນາດການປົກຄອງ ອາດຈະແມ່ນເປົ້າໝາຍຂອງຜູ້ຖືກສົງໄສຍິງປືນໃນງານລ້ຽງຂອງສະມາຄົມນັກຂ່າວ ທຳນຽບຂາວ, ທີ່ນະຄອນຫຼວງ ວໍຊິງຕັນ ໃນຕອນຄ່ຳວັນທີ 25 ເມສາ.
ກ່າວຄຳເຫັນໃນລາຍການຂອງ NBC News ໃນຕອນເຊົ້າວັນທີ 26 ເມສາ, ທ່ານ Todd Blanche ໃຫ້ຮູ້ວ່າ ເບິ່ງຄືວ່າ ຜູ້ຖືກສົງໄສແນໃສ່ບັນດາຜູ້ເຮັດວຽກໃນອຳນາດການປົກຄອງ, ໃນນັ້ນລວມມີທັງປະທານາທິບໍດີ.
ຜູ້ຖືກສົງໄສແມ່ນ Cole Tomas Allen, ຊາວລັດ California, ຖືກກ່າວຟ້ອງຢູ່ສານສະຫະລັດໃນວັນທີ 27 ເມສາ. ຜູ້ຖືກສົງໄສດັ່ງກ່າວໄດ້ຖືປືນ 2 ກະບອກ ແລະ ມີດຫຼາຍດວງ. ປະຈຸບັນ, ຍັງບໍ່ທັນຮູ້ແຈ້ງເຖິງແຮງຈູງໃຈຂອງຜູ້ຖືສົງໄສ.
(ແຫຼ່ງຄັດຈາກ VOV)