• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດຍິງປືນໃນງານຂອງທຳນຽບຂາວ ໂດຍມີການເຂົ້າຮ່ວມຂອງ ທ່ານປະທານາທິບໍດີ Donald Trump

ມີສຽງປືນດັງຂຶ້ນໃນງານລ້ຽງປະຈຳປີຂອງສະຫະສະມາຄົມນັກຂ່າວທຳນຽບຂາວ, ເຮັດໃຫ້ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ພັນລະຍາ ຕ້ອງເຄື່ອນຍ້າຍອອກໄປຢ່າງຮີບດ່ວນ.
  (ພາບປະກອບ)  

ເຫດ​ການ​ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 25 ເມ​ສາ (ຕາມ​ເວ​ລາ ອາ​ເມ​ລິ​ກາ), ຢູ່​ໂຮງ​ແຮມ Washington Hilton, ທີ່​ນະ​ຄອນ​ຫຼວງ ວ​ໍ​ຊິງ​ຕັນ, ອາ​ເມ​ລິ​ກາ. ຫຼັງ​ຈາກນັ້ນ​, ຜູ້​ຖືກ​ສົງ​ໄສວ່າ​ຍິງປືນ​ຢູ່​ທີ່ງານ ໄດ້​ຖືກ​ຈັບ​ຕົວ.

ພາຍ​ຫຼັງ​ອອກ​ຈາກ​ງານ​ລ້ຽງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ຈັດການ​ປະ​ຊຸມ​ຂ່າວ​ຢູ່​ທຳ​ນຽບ​ຂາວ ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເຫດ​ຍິງ​ປືນ. ທ່ານ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ເອົາ​ຄຼິບ​ຜູ້​ຖືກ​ສົງ​ໄສ​​ລົງໃນ​ສື່​ສັງ​ຄົມ​ອອນ​ໄລ ແລະ ກ່າວ​ຫາ​ວ່າ ບຸກຄົນນີ້​ໄດ້ “ບຸກ​ໂຈມ​ຕີ​ລັດຖະ​ທຳ​ມະ​ນູນ ອາ​ເມ​ລິ​ກາ”.

ຕາມ​ຂໍ້​ມູນ​ຂ່າວ​ໃນ​ເບື້ອງ​ຕົ້ນ, ຜູ້​ຖືກ​ສົ​ງ​ໄສ​ແມ່ນ​ຜູ້​ຊາຍ, ອາ​ຍຸ​ປະ​ມານ 30 ປີ, ມາ​ຈາກ​ລັດ California, ເຊິ່ງ​ໄດ້​ຮັບ​ຖື​ວ່າ ແມ່ນ​ແຂກມາພັກເຊົ່າ​ຢູ່​ໂຮງ​ແຮມ Washington Hilton, ແຫ່ງ​ທີ່ຈັດງານນີ້. ຕຳ​ຫຼວດ​ໄດ້​ປິດ​ລ້ອມ​ຫ້ອງ​ໜຶ່ງ​ຢູ່​ທີ່​ນີ້​ເພື່ອ​ຮັບ​ໃຊ້​ການ​ສື​ບ​ສວນ​ ແລະ ໃຫ້​ຂໍ້​ສັງ​ເກດ​ວ່າ ​ເປົ້າ​ໝາຍ​ຜູ້​ນີ້​ອາດ​ຈະກໍ່ເຫດ​ຜູ້​ດຽວ.

(ແຫຼ່ງຄັດຈາກ VOV)

ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕຢ່າງແຮງ

ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕຢ່າງແຮງ

ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າຢູ່ລະດັບປະມານ 7,2% ໃນໄລຍະ 2026 – 2027.

Top