• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ

ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ໂດຍເຈືອຈານເຂົ້າກັບບັນຍາກາດຂອງພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດໃນໂລກໄດ້ຈັດການເຄື່ອນໄຫວອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ.

ວັ​ນ​ທີ 26 ເມ​ສາ (ກົງ​ກັບ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ) ແມ່ນ​ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ. ໂດຍ​ເຈືອ​ຈານ​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮ​ຸ່ງ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ຈັດ​ການ​ເຄື່ອນ​ໄຫວອ​ວ່າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຂອງ​ຊາດ.

ຕອນ​ເຊົ້າ​ວັນ​ທີ 26 ເມ​ສາ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ໄດ້​ຈ​ັດ​ງານ​ບຸນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ ຮ​ຸ່ງ ຂຶ້ນ​ຢ່າງ​ສົມ​ກຽດ, ດ້ວຍ​ການ​ເຂົ້າ​ຮ​່ວມ​ຂອງ​ທ່ານ ຫງວຽນ​ມິນ​ເຕິມ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ລາວ; ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຄຽ​ຂ້າງ​ສະ​ຖານ​ທູດ; ຜູ້​ຕາງ​ໜ້າ​​

  ສູນວັດທະນະທຳ ຫວຽດນາມ ປະຈຳ ປາຣີ ໄດ້ສົມທົບກັບສະຖານທູດ ຫວຽດນາມ ແລະ ບັນດາສະມາຄົມຊາວ ຫວຽດນາມ ຈັດພິທີບູຊາເຈົ້າຊີວິດ ຮຸ່ງ (ພາບ: TTXVN)  

ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ບັນ​ດ​າ​ແຂວງ, ນະ​ຄອນຂອງ ລາວ ພ້ອມ​ກັບ​ພໍ່​ແມ່​ປ​ະ​ຊາ​ຊົນ​ຊາວ ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ລາວ ເປັນ​ຈຳ​ນວນຫຼາຍ. ທີ່​ພິ​ທີ, ບັນ​ດາ​ຜູ້​ແທນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ໄດ້​ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ, ບັນ​ພະ​ບຸ​ລຸດ​ທີ່​ໄດ້​ສ້າງ​ຕັ້ງ​ປະ​ເທດ​ຊາດ, ຜ່ານນັ້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ເລິກ​ເຊິ່ງ​ຂອງ​ຜູ້​ເປັນ​ລູກ​ທີ່​ຫ່າງ​ຈາກ​ບ້ານ​ເກີດ​ເມືອງນອນ ແຕ່​ຍາມ​ໃດ​ກໍ່​ອ​ວ່າຍ​ໜ້າ​ເມືອ​ຫາ​ກົງ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ.

ຕອນ​ຄ່ຳ​ວັນ​ທີ 25 ເມ​ສາ, ຢູ່​ນະ​ຄອ​ນ​ຫຼ​ວງ ປາ​ຣີ, ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ປາ​ຣີ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ແລະ ບັນ​ດາ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຈັດ​ພິ​ທີ​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ. ລາຍ​ການ​ແມ່ນ​ການ​ສົມ​ທົບ​ຢ່າງ​ກົມ​ກ່ຽວ​ລະ​ຫວ່າງ​ພິ​ທີ​ກຳ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ສະ​ແດງ​ສີ​ລະ​ປະ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.

ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ສູນ​ການ​ຄ້າ ຊາ​ປາ, ສ.ເຊັກ​ໂກ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສ.ເຊັກ​ໂກ ແລະ ສະ​ຫະ​ພັນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ເອີ​ລົບ ໄດ້​ຈັດ​ພິ​ທີ​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ 2026. ເຫດ​ການ​ໄດ້​ຈັດ​ຂຶ້ນ​ເປັນ​ເທື່ອ​ທີ 10, ໄດ້​ຊ່ວຍ​ໃຫ້​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເຊັກ​ໂກ ລຸ້ນ​ຕ່າງໆ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ, ມູນ​ເຊື້ອ​ຂອງ​ຊາດ.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ ​ໄດ້​ສົມ​ທົບ​ກັບ​ສະ​ຫະພັນ​ມິດ​ຕະ​ພາບ ມາ​ເລ​ເຊຍ - ຫວຽດ​ນາມ (MVFA) ​ຈັດພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ 2026 ຂຶ້ນ​ຢ່າງ​ສະຫງ່າຜ່າເຜີຍ​ຢູ່​ນະ​ຄອນ​ຫຼວງ ກົວ​ລາ​ລຳ​ເປີ ໃນ​ຕອນ​ຄ່ຳ​ວັນ​ທີ 25 ເມ​ສາ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ເຈິ່ນ​ທິ​ຈາງ, ຮອງ​ປະ​ທານ MVFA, ຢືນ​ຢັນ​ວ່າ ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ ແມ່ນ​ການ​ເຊື່ອ​ຕໍ່​ຫົວ​ໃຈ​ຂອງ​ຊາວ ຫວຽດ​ນາມ ນັບ​ລ້ານ​ຄົນ​ຢູ່​ທົ່ວ 5 ທະ​ວີບ ເພື່ອ​ພ້ອມ​ກັນ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ຊາດ ແລະ ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸ​ນ​ນາ, ກິນ​ປາ​ຄິດ​ຮອດ​ຄຸ​ນ​ນ້ຳ”.

(ແຫຼ່ງຄັດຈາກ VOV)

ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຢູ່ຫຼາຍທ້ອງຖິ່ນ

ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຢູ່ຫຼາຍທ້ອງຖິ່ນ

ຕອນເຊົ້າ ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ປີມະເມຍ. ພ້ອມກັບແຂວງ ຝູເຖາະ, ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ກໍ່ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

Top