ນີ້ແມ່ນຄັ້ງທຳອິດທີ່ການແຂ່ງຂັນ Pickleball World Cup ໄດ້ຈັດຂຶ້ນຢູ່ ອາຊີ,
ຄາດວ່າ, ງານແຂ່ງຂັນຈະຈັດຂຶ້ນແຕ່ວັນທີ 30 ສິງຫາ ຮອດວັນທີ 06 ກັນຍາ 2026 (ພາບ: TTXVN)
ຕອນບ່າຍວັນທີ 24 ເມສາ, ຢູ່ນະຄອນ ດ່ານັ້ງ, ສະຫະພັນ Pickleball ນະຄອນ ດ່ານັ້ງ ໄດ້ສົມທົບກັບບໍລິສັດຮ່ວມສຳພັນ America & Asia ຈຳກັດ (America & Asia Connect - AAC) ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດພິທີປະກາດການແຂ່ງຂັນ Pickleball World Cup 2026.
ນີ້ແມ່ນຄັ້ງທຳອິດທີ່ການແຂ່ງຂັນ Pickleball World Cup ໄດ້ຈັດຂຶ້ນຢູ່ ອາຊີ, ພ້ອມກັນນັ້ນ, ດ່ານັ້ງ ທີ່ໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ເປັນເຈົ້າພາບຈັດການແຂ່ງຂັນ Pickleball World Cup ຄັ້ງທີ 3. ເຫດການແມ່ນຂີດໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພັດທະນາ ແລະ ການເຊື່ອມໂຍງຂອງກິລາ ຫວຽດນາມ ບົນເວທີສາກົນ.
ຄາດວ່າ, ງານແຂ່ງຂັນຈະຈັດຂຶ້ນແຕ່ວັນທີ 30 ສິງຫາ ຮອດວັນທີ 06 ກັນຍາ 2026, ເຊິ່ງຈະດຶງດູດນັກກິລາກວ່າ 4.000 ຄົນທີ່ມາຈາກກວ່າ 80 ປະເທດເຂົ້າຮ່ວມ.
(ແຫຼ່ງຄັດຈາກ VOV)