ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການນຳທາງກະຊວງ ຈະມີຄວາມເປັນເຈົ້າການຢ່າງແທ້ຈິງ, ມີປະສິດທິຜົນກວ່າ, ຮັບປະກັນຄວາມຄືບໜ້າ, ຜັນຂະຫຍາຍບັນດາວຽກງານຂອງຂະແໜງໃຫ້ມີປະສິດທິຜົນຢ່າງແທ້ຈິງກວ່າ.
ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ
ຕອນເຊົ້າວັນທີ 25 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່ຽວກັບໂຄງການ, ແຜນການໜ້າທີ່ຈຸດສຸມ, ຮີບດ່ວນທີ່ໄດ້ຮັບມອບໝາຍ.
ກ່ຽວກັບບັນດາໜ້າທີ່, ມາດຕະການຈຸດສຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ທາງກະຊວງຕ້ອງສຸມໃສ່ສ້າງສຳເລັດ, ຍື່ນສະເໜີປະກາດໃຊ້ບັນດາເອກະສານ, ແຜນຮ່າງໃນທັນທີ, ຄື: ດຳລັດວ່າດ້ວຍເລື່ອງບໍ່ເກັບຄ່າປື້ມຕຳລາຮຽນຊັ້ນການສຶກສາສາມັນ ແລະ ແຜນການບໍ່ເກັບຄ່າຮຽນ, ດຳລັດກຳນົດກ່ຽວກັບທຶນການສຶກສາແຫ່ງຊາດ; ແຜນຮ່າງການລົງທຶນກໍ່ສ້າງພື້ນຖານດ້ານວັດຖຸ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງມະຫາວິທະຍາໄລໃຫຍ່ຈຳນວນໜຶ່ງຢູ່ ວິງ, ເຫ້ວ, ດ່ານັ້ງ, ຍາຈາງ, ກຸຍເຍີນ ໃຫ້ກາຍເປັນບັນດາສູນບຳລຸງສ້າງທີ່ມີຄວາມເຊື່ອຖືຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການນຳທາງກະຊວງ ຈະມີຄວາມເປັນເຈົ້າການຢ່າງແທ້ຈິງ, ມີປະສິດທິຜົນກວ່າ, ຮັບປະກັນຄວາມຄືບໜ້າ, ຜັນຂະຫຍາຍບັນດາວຽກງານຂອງຂະແໜງໃຫ້ມີປະສິດທິຜົນຢ່າງແທ້ຈິງກວ່າ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ເປັນປະທານກອງປະຊຸມກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ຽວກັບສະພາບການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ພິເສດແມ່ນສືບຕໍ່ຜັນຂະຫຍາຍມະຕິເລກທີ 80 ຂອງກົມການເມືອງ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ.
ທີ່ກອງປະຊຸມ, ທ່ານາຍົກລັດຖະມົນຕີ ເນັ້ນໜັກວ່າ ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສວມບົດບາດສຳຄັນຕໍ່ການເຕີບໂຕ 2 ຕົວເລກ. ສະນັ້ນ, ມາດຕະການຈຸດສຸມໃນໄລຍະຈະມາເຖິງແມ່ນສຸມໃສ່ສ້າງລະບອບລະບຽບການໃນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ສຳເລັດ. ທ່ານກໍ່ຮຽກຮ້ອງໃຫ້ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນໃນທົ່ວຂະແໜງ; ກະກຽມ ແລະ ຈັດບັນດາເຫດການການເມືອງ - ວັດທະນະທຳສຳຄັນຂອງປະເທດຊາດໃນປີນີ້ໃຫ້ປະສົບຜົນສຳເລັດ.