ຊ່ອງໂທລະພາບແຫ່ງຊາດ Kan TV News ໄດ້ຄັດສະເໜີບັນດາຄຳເວົ້າຂອງເຈົ້າໜ້າທີ່ຄວາມໝັ້ນຄົງ ອິດສະຣາແອັນ ກ່າວເຕືອນຄວາມສ່ຽງທີ່ຂໍ້ຕົກລົງຢຸດຍິງກັບ Hezbollah ອາດຈະຖືກລົ້ມລະລາຍ.
ວັນທີ 25 ເມສາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ອອກຄຳສັ່ງໃຫ້ກອງທັບດຳເນີນບັນດາບັ້ນບຸກໂຈມຕີຢ່າງແຮງເຂົ້າໃສ່ບັນດາເປົ້າໝາຍຂອງ Hezbollah ໃນຜືນແຜ່ນດິນ ລີບັງ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ແຕ່ຕອນເຊົ້າວັນທີ 25 ເມສາ ໄດ້ບຸກໂຈມຕີທາງອາກາດໃສ່ຫຼາຍພື້ນຖານໂຄງລ່າງທີ່ໄດ້ຮັບຖືວ່າ Hezbollah ນຳໃຊ້ເພື່ອຮັບໃຊ້ຈຸດປະສົງດ້ານການທະຫານຢູ່ທົ່ວພາກໃຕ້ ລີບັງ, ພ້ອມກັນນັ້ນ ກໍ່ຢືນຢັນວ່າ ຈະສືບຕໍ່ມີການກະທຳຢ່າງຂ້ຽວຂາດເພື່ອຮັບມືກັບໄພນາບຂູ່ຕາມການຊີ້ນຳຈາກຂັ້ນການນຳການເມືອງ.
ໃນເຫດການທີ່ກ່ຽວຂ້ອງ, ຊ່ອງໂທລະພາບແຫ່ງຊາດ Kan TV News ໄດ້ຄັດສະເໜີບັນດາຄຳເວົ້າຂອງເຈົ້າໜ້າທີ່ຄວາມໝັ້ນຄົງ ອິດສະຣາແອັນ ກ່າວເຕືອນຄວາມສ່ຽງທີ່ຂໍ້ຕົກລົງຢຸດຍິງກັບ Hezbollah ອາດຈະຖືກລົ້ມລະລາຍ.
(ແຫຼ່ງຄັດຈາກ VOV)