ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ທາງນະຄອນ ຕ້ອງເປັນເຈົ້າການກວ່າ, ມີຄຸນນະທາດ, ມີວິໄສທັດຍາວໄກກວ່າ ໃນການເສີມຂະຫຍາຍກຳລັງແຮງພາຍໃນ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນບ່າຍວັນທີ 27 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບການກະກຽມໃຫ້ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນໃສ່ຊື່ ປະທານ ໂຮ່ຈີມິນ; ສະພາບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ; ການວາງແຜນຜັງພັດທະນານະຄອນ ໂຮ່ຈີມິນ… ບັນດາຄວາມຫຍຸ້ງຍາກ, ຂໍຕິດຄັດໃນປະຈຸບັນຂອງນະຄອນ.
ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ທາງນະຄອນ ຕ້ອງເປັນເຈົ້າການກວ່າ, ມີຄຸນນະທາດ, ມີວິໄສທັດຍາວໄກກວ່າ ໃນການເສີມຂະຫຍາຍກຳລັງແຮງພາຍໃນ, ສ້າງພື້ນຖານເສດຖະກິດເອກະລາດ, ເຂັ້ມແຂງດ້ວຍຕົນເອງ, ຮັບມືຢ່າງມີໄຫວພິບ ແລະ ຮັບປະກັນເປັນເຈົ້າຍຸດທະສາດ. ປີ 2026, ສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນເປັນກຽດໃສ່ຊື່ປະທານ ໂຮ່ຈີມິນ, ທ່ານສະເໜີໃຫ້ທາງນະຄອນ ຕ້ອງຈັດບັນດາການເຄື່ອນໄຫວຢ່າງສົມກຽດ, ແທດຈິງ, ຫຼີກລ່ຽງການຟູມເຟືອຍ.
(ແຫຼ່ງຄັດຈາກ VOV)