ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະປະຈຳຄະນະພັກ ຄອນ ໂຮ່ຈີມິນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ທາງນະຄອນ ຕ້ອງເປັນເຈົ້າການກວ່າ, ມີຄຸນນະທາດ, ມີວິໄສທັດຍາວໄກກວ່າ ໃນການເສີມຂະຫຍາຍກຳລັງແຮງພາຍໃນ
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ)  

ຕອນ​ບ່າຍ​ວັນ​ທີ 27 ເມ​ສາ, ຢູ່​ນະ​ຄອນ ໂຮ່​ຈ​ີ​ມິນ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຮັດ​ວຽກ​ກັບ​​ຄະ​ນະ​ປະ​ຈຳ​ຄະ​ນ​ະ​ພັກ​ນະຄອນ ໂຮ່​ຈີ​ມິນ ກ່ຽວ​ກັບ​ການ​ກະ​ກຽມ​ໃຫ້​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ​ໃສ່​ຊື່ ປະ​ທານ ໂຮ່​ຈີ​ມິນ; ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ; ການ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ນະ​ຄອນ ໂຮ່​ຈີ​ມິນ… ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ​ຕິດ​ຄັດໃນ​ປະ​ຈຸ​ບັນ​ຂອງ​ນະ​ຄອນ.

ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ທາງ​ນະ​ຄອນ ຕ້ອງ​ເປັນ​ເຈົ້າ​ການກວ່າ, ມີຄຸນ​ນະ​ທາດ, ມີ​ວິ​ໄສ​ທັດ​ຍາວ​ໄກ​ກວ່າ ໃນ​ການ​ເສ​ີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຮັບ​ມື​ຢ່າງ​ມີ​ໄຫວ​ພິບ ແລະ ຮັບ​ປະ​ກັນ​ເປັນ​ເຈົ້າ​ຍຸ​ດ​ທະ​ສາດ. ປີ 2026, ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ​ເປັນ​ກຽດ​ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ, ທ່ານ​ສະ​ເໜີ​ໃຫ້​ທາງ​ນະ​ຄອນ ຕ້ອງ​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ສົມ​ກຽດ, ແທດ​ຈິງ, ຫຼີກ​ລ່ຽງ​ການ​ຟູມ​ເຟືອຍ.


top